ການປະຊຸມຂ່າວສານກົນກ່ຽວກັບທະເລຕາເວັນອອກ:ຫວຽດນາມເດັດດ່ຽວປະຕິເສດບັນດາຖ້ອຍທຳນອງຕູ່ຫາຈາກຈີນ

ການປະຊຸມຂ່າວສານກົນກ່ຽວກັບທະເລຕາເວັນອອກ:ຫວຽດນາມເດັດດ່ຽວປະຕິເສດບັນດາຖ້ອຍທຳນອງຕູ່ຫາຈາກຈີນ - ảnh 1


(vovworld)- ຕອນ​ບ່າຍ​ວັນ​ທີ 16/6 ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ສາກົນ ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ການ​ຜັນ​​ແປ່ຫລ້າ​ສຸດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ນັບ​ແຕ່​ເມື່ອ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ນີ້​ເປັນ​ຄັ້ງ​ທີ 5 ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຈັດການ​ປະຊຸມ​ຂ່າວ.

ທີ່​ການ​ປະຊຸມ​ຂ່າວ, ທ່ານ ​ເຈີ​ນຢູຍຫາຍ, ຮອງ​ຫົວຫນ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້ ໝາຍ​ຄວາມ​ວ່າ ກວ່າ 40 ວັນ​ນັບ​ແຕ່​ເມື່ອ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ຝ່າຍ​ຈີນ​ບໍ່​ມີ​ການ​ທ່າ​ທີ່​ຮ່ວມ​ມື​ເທົ່າ​ນັ້ນ ຫາກ​ມີ​ການ​ກະທຳ​ປີນຂັ້ນ​ໄດ​ຢ່າງ​ເຄັ່ງ​ຕຶງ​ອີກ​ດ້ວຍ. ຈີນ​ຖີ້ມໂທດ​ໃຫ້​ຫວຽດນາມ ​ແມ່ນ​ມີ​ການ​ກະທຳ​ກໍ່​ຄວາມ​ເຄ່ັງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນອອກ. ​ໃນ​ຊຸມ​ມື້​ຜ່ານ​ມາ, ຝ່າຍ​ຈີນ ອອກສຽງ​ກ່າວ​ຕູ​່ຫາ​ ຫວຽດນາມ ​ເປັນ​ເຈົ້າ​ການ​​ໃນ​ການ​ຕຳບັນດາ​ກຳ​ປັ່ນ​ຄຸ້ມ​ຊູ​ຂອງ​ຈີນ, ຊ້ຳ​ບໍ່​ຫນຳ​ຍັງ​ເວົ້າ​ວ່າ ກຳ​ປັ່ນ​ຫາ​ປາ​ຂອງ​ຫວຽດນາມ ຖືກ​ຈົມ​ນ້ຳ​ຍ້ອນ​ຕຳ​ໃສ່​ກຳ​ປັ່ນ​ຈີນ. ທ່ານ ເຈີນຢູຍຫາຍ ກ່າວວ່າ:

“ຄວາມ​ຈິງ​ຄື​ແນວ​ໃດ ບັນດາ​ນັກ​ຂ່າວ​ພວມ​ມີຫນ້າ​ຢູ່​ທີ່​ນີ້​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ການ​ກະທຳ ກະ​ມື​ງກະມັງ​ຂອງ​ບັນດາ​ກຳ​ປັ່ນ​ຈີນ. ບັນດາ​ການ​ກະທຳ​ນັ້ນຂອງ​ຈີນ ບໍ່​ພຽງ​ແຕ່​ແມ່ນ​ລະ​ເມີດ​ກົດໝາຍ​ສາກົນ ກ່ຽວ​ກັບ​ການຫ້າມ​ນຳ​ໃຊ້ ​ແລະ ນາບຂູ່​ການ​ນຳ​ໃຊ້​ກຳລັງ​ອາວຸດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ກະທຳ​ໄຮ້​ມະນຸດ​ສະ​ທຳ​ສຳລັບ​ຊາວ​ປະມົງ​ຫວຽດນາມ.”

ກ່ຽວ​ກັບ​ເລື່ອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ຕູ່​ຫາ​ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 13/6 ວ່າ:ໄລ່​ມາ​ຮອດ​ວັນ​ນັ້ນ, ບັນດາ​ກຳ​ປັ່ນ​ຫວຽດນາມ ​ໄດ້​ຕຳ​ກຳ​ປັ່ນ​ຈີນ 1547 ຄັ້ງ ​ແລະ ​ເຮັດ​ໃຫ້​ກຳ​ປັ່ນ​ຈີນ​ຫລາຍ​ລຳ​ຖືກ​ເປ່​ເພ, ທ່ານ ​ໂງ​ງອກ​ທູ, ຮອງຜູ້​ບັນຊາ​ການ, ຫົວຫນ້າ​ເສນາ​ທິການ​ຕຳຫລວດ​ທະ​ເລ​ຫວຽດນາມ ​ເວົ້າ​ວ່າ:

“ຫວຽດນາມ ປະຕິ​ເສດ​ບັນດາ​ຂ່າວ​ຄາວ​ທີ່​ຜິດ​ເຂ​ວ ​ແລະ ​ໄຮ້​ເຫດຜົນດັ່ງກ່າວ. ຄວາມ​ຈິງ ​ໃນ​ໄລຍະ​ຜ່ານ​ມາ ພຽງ​ແຕ່​ກຳ​ປັ່ນ​ຈີນ ຈື່ງ​ເປັນ​ເຈົ້າ​ການ​ຕຳ​ ​ແລະ ສີດ​ນ້ຳ​ໃສ່​ກຳ​ປັ່ນ​ຫວຽດນາມ​ເທົ່າ​ນັ້ນ.  ນັບ​ແຕ່​ວັນ​ທີ 3/5 ມາ​ຮອດ​ປະຈຸ​ບັນ, ພະນັກງານ​ກວດກາ​ການ​ປະມົງ​ຂອງ​ຫວຽດນາມ 15 ຄົນ ​ແລະ ຊາວ​ປະມົງ​ຫວຽດນາມ 2 ຄົນ​ຖືກ​ບາດ​ເຈັບ. ຫວຽດນາມ ມີ​ພະຍານ​ຫລັກ​ຖານ​ຢ່າງ​ຄົບ​ຖ້ວນ ​ແລະ ຮູບ​ພາບ​ກ່ຽວ​ກັບ​ບັນດາ​ກຳ​ປັ່ນ​ຈີນ ຕຳ​ກຳ​ປັ່ນ​ຫວຽດນາມ. ”

ທີ່​ການ​ປະຊຸມ​ຂ່າວ, ຜູ້ຕາງຫນ້າ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ອີກ​ຄັ້ງ​ຫນຶ່ງ​ຮຽກຮ້ອງ​ຝ່າຍ​ຈີນ ຈົ່ງ​ເຄົາລົບ​ກົດໝາຍ​ສາກົນ, ຢຸດຕິ​ບັນດາ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ ​ແລະ ອຳນາດ​ສານ​ຂອງ​ຫວຽດນາມ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ