ການ​ປະ​ທະ​ກັນ Hamas-Israel: ​ຊ່ຽວ​ຊານ​ດ້ານ​ອາ​ວຸດ​ຂັ້ນ​ສູງ​ຂອງ Hamas ​ຜູ້​ຫ​ນຶ່ງຖືກ​ເສຍ​ຊີ​ວິດ

(VOVWORLD) - ບັນດາການເຈລະຈາໄກ່ເກ່ຍປ່ອງດອງລະຫວ່າງສອງຝ່າຍເປັນປໍລະປັກ Palestine ລວມມີ ຂະບວນການ Hamas ແລະ Fatah ຄາດວ່າຈະດຳເນີນໃນເດືອນນີ້ ຖືກໂຈະໄວ້ ແລະ ຍັງບໍ່ທັນກຳນົດເວລາເທື່ອ. 
ການ​ປະ​ທະ​ກັນ Hamas-Israel:  ​ຊ່ຽວ​ຊານ​ດ້ານ​ອາ​ວຸດ​ຂັ້ນ​ສູງ​ຂອງ Hamas ​ຜູ້​ຫ​ນຶ່ງຖືກ​ເສຍ​ຊີ​ວິດ - ảnh 1ການບຸກໂຈມຕີຂອງ ອິດສະຣາແອັນ ເລັ່ງໃສ່ເຂດລີ້ໄພ Nuseirat ຢູ່ເຂດ ກາຊາ ໃນວັນທີ 08 ມິຖຸນາ 2024 (ພາບ: THX/TTXVN)

ວັນທີ 24 ມິຖຸນາ, ກອງທັບ Israel ໄດ້ຖະແຫລງວ່າ  ຊ່ຽວຊານດ້ານອາວຸດຂັ້ນສູງ ຜູ້ຫນຶ່ງຂອງຂະບວນການອິດສະລາມ Hamas ຖືກເສຍຊີວິດໃນເຫດບຸກໂຈມຕີຂອງ Israel ຢູ່ ເຂດ ກາຊາ. ແລະ ໃນວັນດຽວກັນ, ເຈົ້າຫນ້າທີ່ຂັ້ນສູງຂອງ Hamas, ທ່ານ Basem Naim ໃຫ້ຮູ້ວ່າ: ບັນດາການເຈລະຈາໄກ່ເກ່ຍປ່ອງດອງລະຫວ່າງສອງຝ່າຍເປັນປໍລະປັກ Palestine ລວມມີ ຂະບວນການ Hamas ແລະ Fatah ຄາດວ່າຈະດຳເນີນໃນເດືອນນີ້ ຖືກໂຈະໄວ້ ແລະ ຍັງບໍ່ທັນກຳນົດເວລາເທື່ອ. ແຫລ່ງຂ່າວດັ່ງກ່າວຍັງຖືວ່າ Fatah ໄດ້ຮຽກຮ້ອງໃຫ້ໂຈະເຫດການນີ້

ໃນຂະນະນັ້ນ ກ່າວຄຳເຫັນຕໍ່ສະພາແຫ່ງຊາດໃນວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢືນຢັນ ປະເທດນີ້ ພວມໃນບັ້ນຮົບທັງ 7 ແນວຮົບໂດຍ ອີຣານ ລິເລີ່ມ ເພື່ອແນໃສ່ດັບສູນ Israel. ໃນບົດລາຍງານສະພາບການຫລ້າສຸດ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳ ຂອງ ສະຫະປະຊາຊາດ ກ່າວເຕືອນວ່າ ສະພາບການມະນຸດສະທຳຢູ່ ກາຊາ ພວມຊົ່ວຮ້າຍລົງ ພິເສດແມ່ນຢູ່ເຂດທາງທິດໃຕ້.

ນັກຂ່າວ VOV  ປະຈຳ ອີຢີບ

ຕອບກັບ

ຂ່າວ/ບົດ​ອື່ນ