ການ​ປະ​ທະ​ກັນ ອິດ​ສະຣາ​ແອັນ - ຮາ​ມາດ: ກອງ​ທັບ ອິດ​ສະ​ຣາ​ແອັນ ຍູ້​ແຮງ​ບັ້ນ​ບຸກ​ໂຈມ​ຕີ, Hezbollah ຍິງ​​ທຳ​ລາຍເຂົ້າໃສ່ ອິດ​​ສະຣາ​ແອັນ ຢ່າງ​ດຸ​ເດືອດ

(VOVWORLD) - IDF ກໍຢັ້ງຢືນວ່າເກີດການປະທະກັນຢ່າງດຸເດືອດກັບບັນດາມືປືນຢູ່ໃກ້ໂຮງໝໍ Shifa, ເຊິ່ງເປັນຮາກຖານສາທາລະນະສຸກໃຫຍ່ສຸດເຂດ ກາຊາ ແລະ ພວມເປັນບ່ອນລີ້ໄພຂອງຊາວ ປາແລັດສະຕິນ ປະມານ 20.000 ຄົນ. 
ການ​ປະ​ທະ​ກັນ ອິດ​ສະຣາ​ແອັນ - ຮາ​ມາດ: ກອງ​ທັບ ອິດ​ສະ​ຣາ​ແອັນ ຍູ້​ແຮງ​ບັ້ນ​ບຸກ​ໂຈມ​ຕີ, Hezbollah ຍິງ​​ທຳ​ລາຍເຂົ້າໃສ່ ອິດ​​ສະຣາ​ແອັນ ຢ່າງ​ດຸ​ເດືອດ - ảnh 1Hezbollah ຍິງທຳລາຍຢ່າງດຸເດືອດເຂົ້າ ອິດສະຣາແອັນ (ພາບ: ສຳນັກຂ່າວສານຊິນຮວາ)

ວັນທີ 12 ພະຈິກ, ເຊິ່ງເປັນມື້ທີ 37 ໃນການບຸກໂຈມຄັ້ງໃຫຍ່ເຂົ້າເຂດ ກາຊາ ແນໃສ້ລົບລ້າງຂະບວນການ ຮາມາດ, ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງບັນດາບັ້ນບຸກໂຈມຕີທາງອາກາດ, ປືນໃຫຍ່, ສົມທົບກັບການບຸກໂຈມຕີທາງບົກເຂົ້າຫຼາຍເປົ້າໝາຍຢູ່ທົ່ວເຂດກາຊາ. ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ບັນດາການບຸກໂຈມຕີທາງບົກຢູ່ເຂດພາກເໜືອ ກາຊາ ບັນລຸໄດ້ຫຼາຍບາດກ້າວສຳຄັນ, ລວມທັງການຍາດສິດຄວບຄຸມບາງເຂດຕົວເມືອງໃກ້ນະຄອນ Beit Hanoun. IDF ກໍຢັ້ງຢືນວ່າເກີດການປະທະກັນຢ່າງດຸເດືອດກັບບັນດາມືປືນຢູ່ໃກ້ໂຮງໝໍ Shifa, ເຊິ່ງເປັນຮາກຖານສາທາລະນະສຸກໃຫຍ່ສຸດເຂດ ກາຊາ ແລະ ພວມເປັນບ່ອນລີ້ໄພຂອງຊາວ ປາແລັດສະຕິນ ປະມານ 20.000 ຄົນ.  

        ກ່ຽວຂ້ອງເຖິງສະພາບການສົງຄາມຢູ່ເຂດຊາຍແດນລະຫວ່າງ ອິດສະຣາແອັນ ແລະ ລີບັງ, ກຳລັງ Hezbollah ຢູ່ພາກໃຕ້ ລີບັງ ໃນວັນທີ 12 ພະຈິກ ໄດ້ຍິງທຳລາຍຢ່າງດຸເດືອດດ້ວຍລູກສອນໄຟ, ປືນໃຫຍ່… ເຂົ້າສະຖານທີ່ຕ່າງໆຂອງ ອິດສະຣາແອັນ ຢູ່ເຂດຊາຍແດນ, ເຮັດໃຫ້ມີຜູ້ຮັບບາດເຈັບ 21 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ