ການປະທະກັນ ຮາມາດ - ອິດສະລາແອນ: ແອດສະປາຍ, ໄອແລນ, ແບນຊີກ ແລະ Malta ສະເຫນີຈັດກອງປະຊຸມສຸດຍອດ ອີຢູ ຮຽກຮ້ອງການຢຸດຍິງ

(VOVWORLD) -ໃນຈົດໝາຍສົ່ງເຖິງປະທານສະພາເອີລົບ Charles Michel, ນາຍົກລັດຖະມົນຕີ 4 ປະເທດດັ່ງກ່າວ ໄດ້ເນັ້ນຫນັກເຖິງຄວາມຮ້າຍແຮງຂອງການປະທະກັນຢູ່ເຂດ ກາຊາ ແລະ ມີໄພເຄັ່ງຕຶງຂຶ້ນໃນທົ່ວພາກພື້ນ.
         ການປະທະກັນ ຮາມາດ - ອິດສະລາແອນ: ແອດສະປາຍ, ໄອແລນ, ແບນຊີກ ແລະ Malta ສະເຫນີຈັດກອງປະຊຸມສຸດຍອດ ອີຢູ  ຮຽກຮ້ອງການຢຸດຍິງ - ảnh 1ການບຸກໂຈມຕີຂອງ ອິດສະຣາແອນ ເຂົ້າ Khan Younis ຢູ່ເຂດ ກາຊາ ເມື່ອວັນທີ 7 ທັນວາປີ 2023. ພາບ:THX/TTXVN

ທ່ານນາຍົກລັດຖະມົນຕີ 4 ປະເທດສະມາຊິກ ສະຫະພາບເອີລົບ (ອີຢູ) ລວມມີ: ແອັດສະປາຍ, ໄອແລນ, ແບນຊິກ ແລະ Malta ໄດ້ສະແດງຄວາມປາດຖະຫນາຢາກບັນດາການນຳໃນກຸ່ມ ໂຮມປະຊຸມໃນວັນທີ 14 -15 ທັນວາ ຈະປຶກສາຫາລືກ່ຽວກັບສະພາບການຢູ່ເຂດ ກາຊາ ແລະ ພ້ອມກັນຮຽກຮ້ອງການຢຸດຍິງແບບມະນຸດສະທຳຢ່າງຍາວນານ ເພື່ອຢຸດຕິການປະທະກັນປະຈຸບັນ ລະຫວ່າງ ຂະບວນການ ຮາມາດ ແລະ ອິດສະຣາແອນ.

ໃນຈົດໝາຍສົ່ງເຖິງປະທານສະພາເອີລົບ Charles Michel, ນາຍົກລັດຖະມົນຕີ 4 ປະເທດດັ່ງກ່າວ ໄດ້ເນັ້ນຫນັກເຖິງຄວາມຮ້າຍແຮງຂອງການປະທະກັນຢູ່ເຂດ ກາຊາ ແລະ ມີໄພເຄັ່ງຕຶງຂຶ້ນໃນທົ່ວພາກພື້ນ.

ນອກນັ້ນ 4 ປະເທດດັ່ງກ່າວ ກໍ່ຮຽກຮ້ອງຈັດກອງປະຊຸມສັນຕິພາບກ່ຽວກັບເຂດ ກາຊາ ໃນໄລຍະໄວເທົ່າທີ່ຈະໄວໄດ້ເພື່ອປຶກສາຫາລືກ່ຽວກັບການສ້າງຕັ້ງລັດ ປາແລດສະຕິນ ຄົງຕົວຄຽງຄູ່ກັບລັດ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ