ການປະທະກັນຢູ່ພາກພື້ນຕາເວັນອອກກາງ: ອີຣານ ປະກາດສະແດງຄວາມຊົມເຊີຍ ຕໍ່ທຸກຂໍ້ລິເລີມທາງການທູດ
(VOVWORLD) - ທ່ານລັດຖະມົນຕີ ການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ປັດຈຸບັນບໍ່ມີຂໍ້ລິເລີ່ມລະອຽດໃດໃຫ້ແກ່ການຢຸດຕິສົງຄາມ ແຕ່ “ພວກຂ້າພະເຈົ້າຈະສະແດງຄວາມຊົມເຊີຍຕໍ່ທຸກຂໍ້ລິເລີ່ມໃນພາກພື້ນພາໄປເຖິງໝາກຜົນແຫ່ງຄວາມຍຸຕິທຳ”.
ວັນທີ 15 ມີນາ, ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຢັ້ງຢືນວ່າ ເຕເຮຣານ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກຂໍ້ລິເລີ່ມໃນພາກພື້ນ ທີ່ພາໄປເຖິງການຢຸດຕິການປະທະກັນຢູ່ພາກພື້ນຕາເວັນອອກກາງ ຕາມທິດຮັບປະກັນຄວາມສະເໝີພາບໃຫ້ແກ່ເຕເຮຣານ. ຄຳເຫັນດັ່ງກ່າວຄ້າຍຄືກັນກັບການຖະແຫຼງກ່ອນນັ້ນຂອງທ່ານປະທານາທິບໍດີ ອີຣານ Masoud Pezeshkian ໂດຍຖືວ່າ ປະເທດນີ້ຈະພິຈາລະນາທຸກຂໍ້ລິເລີ່ມຂອງບັນດາປະເທດອິດສະລາມເພື່ອແນໃສ່ເພີ່ມທະວີຄວາມສາມັກຄີພາກພື້ນ, ຟື້ນຟູສະຖຽນລະພາບ, ຄວາມໝັ້ນຄົງ ແລະ ສັນຕິພາບຢູ່ພາກພື້ນຕາເວັນອອກກາງ.
ໂດຍຕອບສຳພາດຕໍ່ນັກຂ່າວ ໜັງສືພິມ Al-Araby Al-Jadeed, ທ່ານລັດຖະມົນຕີ ການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ປັດຈຸບັນບໍ່ມີຂໍ້ລິເລີ່ມລະອຽດໃດໃຫ້ແກ່ການຢຸດຕິສົງຄາມ ແຕ່ “ພວກຂ້າພະເຈົ້າຈະສະແດງຄວາມຊົມເຊີຍຕໍ່ທຸກຂໍ້ລິເລີ່ມໃນພາກພື້ນພາໄປເຖິງໝາກຜົນແຫ່ງຄວາມຍຸຕິທຳ”. ທ່ານກໍ່ໃຫ້ຮູ້ວ່າທ່ານ Ayatollah Mojtaba Khamenei ການນຳສູງສຸດຄົນໃໝ່ຂອງອີຣານ ພວມມີສຸຂະພາບແຂງແຮງ ແລະ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.