(VOVWORLD) - ການເລືອກຕັ້ງດຳເນີນໄປໃນສະພາບ ຫວຽດນາມ ສືບຕໍ່ຊຸກຍູ້ບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມ ແລະ ສ້າງລະບົບນະໂຍບາຍໃຫ້ສົມບູນແບບແກ່ໄລຍະພັດທະນາໃໝ່.
ສື່ມວນຊົນສາກົນ ລ້ວນແຕ່ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງສຳຄັນຂອງ ຫວຽດນາມ
(ພາບ: TTXVN)
|
ວັນທີ 15 ມີນາ, ມີຫຼາຍສຳນັກຂ່າວສານ ແລະ ອົງການສື່ມວນຊົນສາກົນ ໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຂອງ ຫວຽດນາມ, ຖືນີ້ແມ່ນເຫດການການເມືອງສຳຄັນຖືດຳເນີນໄປພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ໃນສະພາບການ ຫວຽດນາມ ສືບຕໍ່ຊຸກຍູ້ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃນໄລຍະໃໝ່.
ຕາມບົດຂຽນຂອງສຳນັກຂ່າວສານແຫ່ງຊາດ ມາເລເຊຍ (BERNAMA), ການເລືອກຕັ້ງດຳເນີນໄປໃນສະພາບ ຫວຽດນາມ ສືບຕໍ່ຊຸກຍູ້ບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມ ແລະ ສ້າງລະບົບນະໂຍບາຍໃຫ້ສົມບູນແບບແກ່ໄລຍະພັດທະນາໃໝ່.
ໜັງສືພິມ Nikkei Asia ຂອງ ຍີ່ປຸ່ນ ຕີລາຄາວ່າ ການເລືອກຕັ້ງແມ່ນໂອກາດເພື່ອໃຫ້ປະຊາຊົນເຂົ້າຮ່ວມເລືອກເອົາບັນດາຜູ້ຕາງໜ້າໃຫ້ແກ່ສຽງເວົ້າ ແລະ ຜົນປະໂຫຍດຂອງຕົນ.
ວິທະຍຸ Sputnik (ລັດເຊຍ), ຊ່ອງໂທລະພາບສູນກາງ ຈີນ (CCTV), ສຳນັກຂ່າວສານ Prensa Latina ຂອງ ກຸຍບາ ແລະ ບັນດາສຳນັກຂ່າວສານຝ່າຍຕາເວັນຕົກ… ລ້ວນແຕ່ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງສຳຄັນຂອງ ຫວຽດນາມ, ພ້ອມກັນນັ້ນ ສົ່ງສານກ່ຽວກັບ “ວັນບຸນໃຫຍ່ທົ່ວປະເທດ” ຂອງ ຫວຽດນາມ, ໃນນັ້ນ ໃຫ້ຂໍ້ສັງເກດວ່າ ການເລືອກຕັ້ງຄັ້ງນີ້ມີການປ່ຽນແປງໃໝ່ຫຼາຍຢ່າງ, ສ່ອງແສງການປັບປຸງໃນວຽກງານການຈັດຕັ້ງ ແລະ ວິທີການຜັນຂະຫຍາຍ.