ການປະທະກັນຢູ່ເຂດ Gaza, ມີຜູ້ເສຍຊີວິດແລະຮັບບາດເຈັບນັບຮ້ອຍໆຄົນ

(VOVWORLD) - ຈຳນວນຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບດັ່ງກ່າວແມ່ນຜູ້ປະສົບເຄາະຮ້າຍຈາກການແຫ່ຂະບວນປະທ້ວງຄັດຄ້ານ ອິດສະຣາແອັນ ຈັດຕັ້ງໃນວັນສຸກແຕ່ລະອາທິດ

 ຢ່າງໜ້ອຍສຸດມີຊາວ ປາແລັດສະຕິນ 2 ຄົນ, ໃນນັ້ນມີເດັກນ້ອຍອາຍຸ 13 ປີ ຖືກເສຍຊີວິດ ແລະ 310 ຄົນຖືກຮັບບາດເຈັບໃນການປະທະກັນເມື່ອວັນທີ 29 ມິຖຸນາ, ໃນທ່າມກາງຜູ້ແຫ່ຂະບວນປະທ້ວງ ແລະ ທະຫານ ອິດສະຣາແອັນ ຢູ່ທາງທິດຕາເວັນອອກຂອງເຂດ Gaza. ທ່ານ Ashraf al – Qedra, ໂຄສົກອົງການສາທາລະນະສຸກເຂດ Gaza ໃຫ້ຮູ້ວ່າ: ຈຳນວນຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບດັ່ງກ່າວແມ່ນຜູ້ປະສົບເຄາະຮ້າຍຈາກການແຫ່ຂະບວນປະທ້ວງຄັດຄ້ານ ອິດສະຣາແອັນ ຈັດຕັ້ງໃນວັນສຸກແຕ່ລະອາທິດ, ໄດ້ຮັບການຮູ້ຈັກເຖິງດ້ວຍຊື່ວ່າ “ການແຫ່ຂະບວນທີ່ໃຫຍ່ໂຕເພື່ອການກັບຄືນມາ”, ເຊິ່ງໄດ້ເລີ່ມຕົ້ນມາແຕ່ວັນທີ 30 ມີນາ ຜ່ານມາ. ການເຄື່ອນໄຫວແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ ມີການເຂົ້າຮ່ວມຂອງຮ້ອຍໆຄົນຄັ້ງນີ້ເພື່ອແນໃສ່ຢັ້ງຢືນນ້ຳໃຈສາມັກຄີຂອງຊາວ ປາແລັດສະຕິນ ປະທະກັນກັບ ອິດສະຣາແອັນ ແລະ ຄັດຄ້ານທ່ານປະທານາທິບໍດີ ອາເມລິກາ Donald Trump ເດີນຕາມຂໍ້ສະເໜີກ່ຽວກັບສົນທິສັນຍາສັນຕິພາບ ຕາເວັນອອກກາງ ທີ່ມີຊື່ວ່າ “ຂໍ້ຕົກລົງສະຕະວັດ”.

ຕອບກັບ

ຂ່າວ/ບົດ​ອື່ນ