ການປະທະກັນລະຫວ່າງຕໍາຫຼວດ ແລະ ຜູ້ແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” ພາຍຫຼັງພິທີເດີນຂະບວນສວນສະໜາມຢູ່ ຝລັ່ງ

(VOVWORLD) -   ຕໍາຫຼວດຝລັ່ງ ຕ້ອງໄດ້ໃຊ້ແກັດນໍ້າຕາເພື່ອສະຫຼາຍກຸ່ມຄົນປະທ້ວງຢູ່ ເສັ້ນທາງຫຼວງ Champs Elysees ໃນວັນທີ 14 ກໍລະກົດ, ພາຍຫຼັງ 2 – 3 ຊົ່ວໂມງ ທີ່ທ່ານປະທານາທິບໍດີຝລັ່ງ Emmanuel Macron ເປັນປະທານພິທີເດີນສວນສະໜາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຝລັ່ງ ໂດຍມີການເຂົ້າຮ່ວມຂອງການນໍາເອີຣົບຫຼາຍທ່ານ.
ການປະທະກັນລະຫວ່າງຕໍາຫຼວດ ແລະ ຜູ້ແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” ພາຍຫຼັງພິທີເດີນຂະບວນສວນສະໜາມຢູ່ ຝລັ່ງ - ảnh 1 ການແຫ່ຂະບວນປະທ້ວງທີ່ເກີດຂຶ້ນໃນວັນທີ 14 ກໍລະກົດຢູ່ປາຣີ (ພາບ: TTXVN)

        ທາງຫຼວງຕັ້ງຢູ່ໃຈກາງນະຄອນຫຼວງ ປາຣີ ໄດ້ເປີດໃຫ້ສັນຈອນຄືນໃໝ່່ ພາຍຫຼັງພິທີເດີີນຂະບວນສວນສະໜາມສິ້ນສຸດລົງ, ແຕ່ຜູ້ແຫ່ຂະບວນປະທ້ວງນັບຮ້ອຍຄົນຂຶ້ນກັບກໍາລັງພວກ “ເສື້ອເຫຼືອງ” ໄດ້ຊອກຫາວິທີຢຶດຄອງເສັ້ນທາງຫຼວງ.  ເຂົາເຈົ້າໄດ້ນໍາໃຊ້ບັນດາວັດຖຸອຸປະກອນທີ່ເປັນໂລຫະ, ຖັງໃສ່ຂີ້ເຫຍື້ອ ເພື່ອຂວາງກັ້ນທາງ ແລະ ແກວ່ງສິ່ງເສດເຫຼືອ ແລະ ເຄື່ອງຂອງຕ່າງໆໃສ່ຕໍາຫຼວດ

        ກ່ອນໜ້ານັ້ນ, ມີຜູ້ແຫ່່ຂະບວນປະທ້ວງ “ເສື້ອເຫຼືອງ” ປະມານ 150 ຄົນ ແລະ ບັນດາຜູ້ນໍາຂອງຂະບວນການດັ່ງກ່າວ ຖືກກັກຂັງຢູ່ໃກ້ກັບເສັ້ນທາງຫຼວງ Champs Elysees ຍ້ອນໄດ້ຊອກຫາວິທີບຸກເຂົ້າທາງຫຼວງເສັ້ນນີ້ ໃນຂະນະດໍາເນີນພິທີເດີນຂະບວນສວນສະໜາມ.

ຮວິ່ງດຽບ - ນັກຂ່າວ VOV ປະຈໍາ ປາຣີ


 

ຕອບກັບ

ຂ່າວ/ບົດ​ອື່ນ