ການປະທະກັນເຂດກາຊາ: ປະຊາຊົນ 700.000 ຄົນຕ້ອງອົບພະຍົບອອກຈາກນະຄອນ ກາຊາ
(VOVWORLD) - ຈຳນວນຊາວປາແລັດສະຕິນ ຕ້ອງອົບພະຍົບອອກຈາກນະຄອນ ກາຊາ ພວມເພີ່ມຂຶ້ນສູງໃນຊຸມວັນຜ່ານມາ ແລະ ປັດຈຸບັນຂຶ້ນເຖິງປະມານ 700.000 ຄົນ, ທຽບເທົ່າກັບ 70%ປະຊາກອນຂອງນະຄອນ ກາຊາ.
ພາບປະກອບ: REUTERS/Mahmoud Issa |
ວັນທີ 24 ກັນຍາ, ແຈ້ງການຂອງກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໃຫ້ຮູ້ວ່າ ຈຳນວນຊາວປາແລັດສະຕິນ ຕ້ອງອົບພະຍົບອອກຈາກນະຄອນ ກາຊາ ພວມເພີ່ມຂຶ້ນສູງໃນຊຸມວັນຜ່ານມາ ແລະ ປັດຈຸບັນຂຶ້ນເຖິງປະມານ 700.000 ຄົນ, ທຽບເທົ່າກັບ 70%ປະຊາກອນຂອງນະຄອນ ກາຊາ. IDF ຢັ້ງຢືນວ່າ ຍັງຄົງພວມສ້າງແລວປອດໄພໃຫ້ແກ່ຊາວປາແລັດສະຕິນ ອອກຈາກນະຄອນຫຼວງໃຫຍ່ທີ່ສຸດຢູ່ ເຂດກາຊາ ແລະ ເດີນທາງໄປຍັງເຂດມະນຸດສະທຳ ທີ່ໄດ້ກຳນົດຢູ່ ທາງທິດໃຕ້ຂອງເຂດດິນແດນແຫ່ງນີ້. ເຖິງຢ່າງໃດກໍຕາມ, ບາງແຫຼ່ງຂ່າວຂອງພາກພື້ນ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ຂັ້ນສູງ ຮາມາດສ ໂດຍໃຫ້ຮູ້ວ່າ ສ່ວນຫຼາຍປະຊາຊົນນະຄອນກາຊາ ຍັງຕັັ້ງຫຼັກປັກຖານ ແລະ ປະຕິເສດ ການອົບພະຍົບອອກຈາກນະຄອນ ຕາມຄຳສັ່ງຂອງກອງທັບ ອິດສະລາແອັນ. ບັນດາແຫຼ່ງຂ່າວພ້ອມກັນກ່າວເຕືອນວ່າ ການບຸກໂຈມຕີຂອງ ອິດສະລາແອັນ ເລັ່ງໃສ່ນະຄອນ ກາຊາ ຈະກໍ່ຜົນຕາມມາດ້ານມະນຸດສະທຳຢ່າງຮ້າຍແຮງ ໂດຍເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບນັບພັນຄົນ.