ການປ່ຽນແປງຂອງດິນຟ້າອາກາດ: IPCC ຮຽກຮ້ອງໃຫ້ກອບກູ້ເອົາບັນດາມະຫາສະໝຸດ

(VOVWORLD) - ຫລຸດຜ່ອນອາຍພິດເຮືອນແກ້ວ ຫຼື ເຫັນປະຈັກຕາບັນດານະຄອນຖືກຈົມຢູ່ໃຕ້ນ້ຳທະເລ, ແມ່ນ້ຳລຳເຊບົກແຫ້ງ ແລະ ລະບົບຊີວະພາບມະຫາສະໝຸດຖືກທຳລາຍ. 

ນັ້ນແມ່ນຄຳກ່າວເຕືອນທີ່ມີລັກສະນະປຸກລຸກຢ່າງແຮງຕໍ່ປະຊາຄົມສາກົນ, ໂດຍບັນດານັກວິທະຍາສາດເຂົ້າຮ່ວມກິດຈະກຳຄົ້ນຄວ້າພິເສດຂອງສະຫະປະຊາຊາດກ່ຽວກັບມະຫາສະໝຸດ ແລະ ຊັ້ນນ້ຳກ້າມໄດ້ຍົກອອກມາໃນວັນທີ 25 ກັນຍາ.

ການປ່ຽນແປງຂອງດິນຟ້າອາກາດ: IPCC ຮຽກຮ້ອງໃຫ້ກອບກູ້ເອົາບັນດາມະຫາສະໝຸດ - ảnh 1 (ພາບປະກອບ)

        ໃນບົດລາຍງານຕີລາຄາພິເສດ, ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPCC) ສັງກັດ ສະຫະປະຊາຊາດ ໄດ້ກ່າວເຕືອນສະພາບອຸ່ນຂຶ້ນໃນທົ່ວໂລກ ພວມທຳລາຍບັນດາມະຫາສະໝຸດ ແລະ ບັນດາເຂດນ້ຳກ້າມໃນໂລກ ຕາມບັນດາວິທີ ນາບຂູ່ມວນມະນຸດໂດຍກົງ. ບັນດາການກະທົບນີ້ ບໍ່ສາມາດຕ່າວປີ້ນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ