ການຜະລິດອຸດສາຫະກຳ ໃນໄຕມາດທີ 1-ປີ 2014 ບັນລຸລະດັບ ເຕີບໂຕ 5,2%


ການຜະລິດອຸດສາຫະກຳ ໃນໄຕມາດທີ 1-ປີ 2014 ບັນລຸລະດັບ ເຕີບໂຕ 5,2% - ảnh 1

 (ພາບ: http://cafef.vn)

 (vovworld)- ການຜະລິດອຸດສາຫະກຳໃນໄຕມາທີ 1-ປີ 2014 ບັນລຸ​ລະດັບເຕີບໂຕ 5,2%, ວົງເງິນສົ່ງອອກໃນໄຕມາດທີ 1 ຄາດວ່າບັລຸເກືອບ 23% ແຜນການປີ ແລະສູງກ່ວາຫຼາຍເມື່ອທຽວກັບຄາດໝາຍເຕີບໂຕການສົ່ງອອກໂດຍ ສະພາແຫ່ງຊາດ ຫວຽດນາມ ວາງອອກ. ນີ້ແມ່ນຈຸດພົ້ນເດັ່ນທີ່ໄດ້ຖືກຍົກອອກມາ ທີ່ການປະຊຸມຂ່າວຂອງ ກະຊວງອຸດສາຫະກຳການ​ຄ້າ​ຫວຽດນາມ ຊື່​ງຈັດ​ຈຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 7/4, ຢູ່​ຮ່າ​ໂນ້ຍ. ຕາມ​ການ​ລາຍງານ​ຂອງກະຊວງອຸດສາຫະກຳ ການ​ຄ້າ​ຫວຽດນາມ ​ແລ້ວ, ການ​ຜະລິດ​ຂອງ​ຂະ​ແໜງ​ຈຳນວນ 1 ມີ​ສັນຍານ​ຟື້ນຕົວ​ຄືນ. ​ໃນ 3 ​ເດືອນ​ຕົ້ນປີ, ການ​ຜະລິດ​ຂອງບາງ​ຂະ​ແໜງ​ຄື: ຕ່ຳ​ແຜ່ນ​ຕັດຫຍີບ, ​ເກີບ​ໜັງມີ​ຄວາມ​ສະດວກ​ສະບາຍ​ພໍ​ສົມຄວນ, ຕະຫຼາດ​ສົ່ງ​ອອກ ​ແລະ ຈຳໜ່າຍ​ພາຍ​ໃນ​ປະ​ເທດ​ພວມ​ຟື້ນ​ຕົວ​ຄືນ ​ແລະ ບັນລຸລະດັບ​ການ​ເຕີບ​ໂຕ​ສູງ​ກ່ວາປີ​ກ່ອນ, ​ໃບ​ສັ່ງ​ຊຶ້ນສິນຄ້າ​​ເປັນ​ປົກກະຕິ​ຮອດໝົດ​ໄຕ​ມາດ​ທີ 3, ຊ້ຳບໍ່​ໜຳ​ແມ່ນທັງ​ປີ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຂະ​ແໜງຕ່ຳ​ແຜ່ນ​ຕັດຫຍີບ, ​ວິ​ສາ​ຫະກິດເກີບ​ໜັງ. ​ໄລ່​ຮອດ​ທ້າຍ​ໄຕ​ມາດ​ທີ 1, ມີ 10 ໝວດ​ສິນຄ້າ​ບັນລຸວົງ​ເງິນ​ສົ່ງ​ອອກ​​ກ່ວາ 1 ຕື້ USD./.

ຂ່າວ/ບົດ​ອື່ນ