ການ​ຝືກຊ້ອ​ມ​ໃຫຍ່ ສຳ​ລັບ​ລາຍການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ປ້ອງ​ກັນ​ປະ​ເທດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ

(VOVWORLD) - ລັດຖະມົນຕີສອງຝ່າຍ ພ້ອມກັບຄະນຜູ້ແທນສອງປະເທດໄດ້ດຳເນີນການຝືກຊ້ອມໃຫຍ່ບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນຢູ່ບັນດາສະຖານທີ່ຄື: ດ່ານຊາຍແດນ ລ້ອງເຊິບ/ປາຮາງ, ໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ປາຮາງ...
ການ​ຝືກຊ້ອ​ມ​ໃຫຍ່ ສຳ​ລັບ​ລາຍການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ປ້ອງ​ກັນ​ປະ​ເທດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ - ảnh 1ການຝືກຊ້ອມໃຫຍ່  ຢູ່ດ່ານຊາຍແດນປາຮາງ (ພາບ:  qdnd.vn)

ວັນທີ 21 ຕຸລາ, ຢູ່ເມືອງ ມົກເຈົາ (ແຂວງເຊີນລາ) ແລະ ເມືອງ ສົບເບົາ (ແຂວງ ຫົວພັນ, ລາວ), ຄະນະປະຕິບັດງານກະຊວງປ້ອງກັນປະເທດ ສອງປະເທດ ຫວຽດນາມ - ລາວໄດ້ຈັດການຝືກຊ້ອມໃຫຍ່ລາຍການພົບປະແລກປ່ຽນມິດຕະພາບ ການປ້ອງກັນປະເທດ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ2.

ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮ່ວາງຊວັນຈຽນ ນຳໜ້າ. ຄະນະຜູ້ແທນຝ່າຍລາວ ໂດຍທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ວົງຄຳ ພົມມະກອນ ນຳໜ້າ. ລັດຖະມົນຕີສອງຝ່າຍ ພ້ອມກັບຄະນຜູ້ແທນສອງປະເທດໄດ້ດຳເນີນການຝືກຊ້ອມໃຫຍ່ບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນຢູ່ບັນດາສະຖານທີ່ຄື: ດ່ານຊາຍແດນ ລ້ອງເຊິບ/ປາຮາງ, ໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ປາຮາງ, ປ້ອມທະຫານປ້ອງກັນຊາຍແດນ ດ່ານຊາຍແດນ ລ້ອງເຊິບ…

ໃນຂອບເຂດການພົບປະແລກປ່ຽນຈະມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ມີຄວາມໝາຍຄື: ເຄົາລົບ ແລະ ທ່າສີເສົາຫຼັກໝາຍອະທິປະໄຕ, ປູກຕົ້ນໄມ້ມິດຕະພາບ, ຢ້ຽມຊົມສວນດອກໄມ້ມິດຕະພາບນາຍທະຫານໜຸ່ມ ຫວຽດນາມ - ລາວ. ພ້ອມກັນນັ້ນ, ສອງຝ່າຍຈະດຳເນີນການພົບປະເຈລະຈາ ແລະ ເຊັ່ນເອກະສານຮ່ວມມືຈຳນວນໜຶ່ງເພື່ອເປັນພື້ນຖານສຳຄັນໃນການຜັນຂະຫຍາຍການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ