ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸຍ​ແທັງ​ເຊີນ: ພະ​ລັງ​ງານ ແລະ ບໍ່​ແຮ່ແມ່ນ​ເສົາ​ຄ້ຳ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ລາວ

(VOVWORLD) -  ທີ່ການຕ້ອນຮັບ, ທ່ານ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ເພື່ອຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກົມການເມືອງ ຫວຽດນາມ - ລາວ ເດືອນກັນຍາຜ່ານມາ ແລະ ກະກຽມສະຫຼຸບ, ຕີລາຄາ ແລະ ວາງອອກທິດທາງຮ່ວມມືໃນປີ 2025 ຢູ່ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວຄັ້ງທີ 47.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸຍ​ແທັງ​ເຊີນ: ພະ​ລັງ​ງານ ແລະ ບໍ່​ແຮ່ແມ່ນ​ເສົາ​ຄ້ຳ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ລາວ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊິນ ໄດ້ໃຫ້ການຕ້ອນຮັບທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ (ພາບ: VGP)

ຕອນບ່າຍວັນທີ 21 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊິນ ໄດ້ໃຫ້ການຕ້ອນຮັບທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 19 – 2 ຕຸລາ. ທີ່ການຕ້ອນຮັບ, ທ່ານ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ເພື່ອຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກົມການເມືອງ ຫວຽດນາມ - ລາວ ເດືອນກັນຍາຜ່ານມາ ແລະ ກະກຽມສະຫຼຸບ, ຕີລາຄາ ແລະ ວາງອອກທິດທາງຮ່ວມມືໃນປີ 2025 ຢູ່ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວຄັ້ງທີ 47, ໂດຍນາຍົກລັດຖະມົນຕີສອງທ່ານຮ່ວມເປັນປະທານໃນຕົ້ນປີ 2025, ສອງຝ່າຍຕ້ອງຍູ້ແຮງການຜັນຂະຫຍາຍບັນດາໜ໊າທີ່ໄດ້ຮັບການມອບໝາຍໃນການຮ່ວມມືຊື້ຂາຍໄຟຟ້າ, ຊື້ຖ່ານຫີນ ແລະ ເພີ່ມທະວີການລົງທຶນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ