ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕ້ອງ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ

ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕ້ອງ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ - ảnh 1
ທ່ານ ຮອງ​ນາ​ຍົ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ 
(ພາບ: toquoc.vn)

(vovworld)- ຕອນ​ບ່າຍ ວັນ​ທີ 6/9, ທ່ານ ຮອງ​ນາ​ຍົ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄດ້​ໃຫ້​ການ​ຕ້ອນ​ຮ​ັບ​ບັນ​ດາ​ສະ​ມາ​ຊິກ ສະ​ມາ​ຄົມ​ຮັກ​ສາ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ເວ​ທີ​ປາ​ໄສ “ເສດ​ຖະ​ກິດ​ຂຽວ ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ປີ 2016” ຊຶ່ງ​ຫາກໍ່​ດຳ​ເນີນ ຢູ່​ຮ່າ​ໂນ້ຍ. ພາຍຫຼັງ​ທີ່​ໄດ້​ຮັບ​ຟັງ​ບັນ​ດາ​ຄຳ​ເຫັນ ​ຂອງບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນ​ັກ​ຊ່ຽວ​ຊານ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ທ່ານ ຮອງ​ນາ​ຍົ​ລັດ​ຖະ​ມົນ​ຕີ​ ເວືອງ​ດິ່ງ​ເຫ້ວ ໄດ້​ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ ຂອງ​ສະ​ມາ​ຄົມ ສົມ​ທົບ​ກັບ​ວາ​ລະ​ສານ​ສຸກ​ຂະ​ພາບ ແລະ ສິ່ງ​ແວດ​ລ້ອມ ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂຽວ ຫວຽດ​ນາມ ປີ 2016, ດ້ວຍ​ຫົວ​ຂໍ້​ຕິດ​ພັນ​ກັບ​ບົດ​ບາດ, ໜ້າ​ທີ່​ຂອງວິ​ສາ​ຫະ​ກິດ. ທ່ານ ຮອງ​ນາ​ຍົ​ລັດ​ຖະ​ມົນ​ຕີ​ ເນັ້ນ​ໜັກ​ວ່າ: ວິ​ສາ​ຫະ​ກິດ​ຕ້ອ​ງ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ກົດ​ໝາຍ ໃນ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ພັດ​ທະ​ນາ​ເສດ​ຖະ​ກິດ ແຕ່​ຕ້ອງ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ ເຖິງ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ທ່ານ ຮອງ​ນາ​ຍົ​ລັດ​ຖະ​ມົນ​ຕີ​ ຊີ້​ແຈ້ງວ່າ: “ເສດ​ຖະ​ກິດ​ຂຽວ” ແມ່ນ​ບັນ​ຫາ​ທີ່​ພັກ, ລັດ ຖື​ເປັນ​ສຳ​ຄັນ​ທີ່​ສຸດ. ນັບ​ແຕ່​ປີ 2013, ສູນ​ກາງ​ພັກ ໄດ້​ມີ​ຫົວ​ຂໍ້​ສະ​ເພາະ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ຮັກ​ສາ​ສິ່ງ​ແວດ​ລ້ອມ. ຫວ່າງມໍ່​ໆ​ນີ້, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ 12 ຂອງ​ພັກ ໄດ້​ວາງ​ໜ້າ​ທີ່​ສັງ​ລວ​ມ​ທັງ​ໝົດ ໃຫ້​ອາ​ຍຸ​ການ 2016-2020 ແມ່ນ “ຮັກ​ສາ, ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ”. . ທ່ານ ຮອງ​ນາ​ຍົ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ໄດ້​ສະ​ເໜີ ສະ​ມາ​ຄົມ​ສືບ​ຕໍ່​ປັບ​ປຸງ​ການ​ເຄື່ອນ​ໄຫວ, ເພີ່ມ​ທະ​ວີການ​ຮ່ວມ​ມື​ກັບ​ສາ​ກົນ, ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ ເພື່ອ​ຮຽກ​ຮ້ອ​ງ​ບັນ​ດາ​ແຫຼ່ງ​ກຳ​ລັງ ຂອງ​ສາ​ກົນ ໃຫ້​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຢູ່​ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ