ການພົບປະ 4 ຝ່າຍ ກ່ຽວກັບຢູແກຼນຈະ ຈັດຂຶ້ນຢູ່ເຊີແນວ ໃນວັນທີ 17/4


ການພົບປະ 4 ຝ່າຍ ກ່ຽວກັບຢູແກຼນຈະ ຈັດຂຶ້ນຢູ່ເຊີແນວ ໃນວັນທີ 17/4 - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ-ລັດ​ເຊຍ

(ພາບ: AFP-TTXVN)

 (vovworld)- ​ ການ​ພົບ​ປະ 4 ຝ່າຍລວມມີ: ລັດ​ເຊຍ, ອາ​ເມ​ລິ​ກາ, ສະຫະພາບ​ເອີ​ລົບ​ (ອີ​ຢູ) ​ແລະ ຢູ​ແກຼນ ພວມ​​ໄດ້​ຮັບ​ການກະກຽມ​ຢູ່​ເຊີ​ແນວ​ ປະ​ເທດ​ສະ​ວິດ. ກ່ອນ​ໜ້ານັ້ນ, ວົງການ​ເຈົ້າໜ້າ​ທີ່​ອີ​ຢູ ປະກາດ​ວ່າ: ການ​ພົບ​ປະ 4 ຝ່າຍກ່ຽວ​ກັບ​ຢູ​ແກຼນ ອາດ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ໜ້າ​​ໃນ​ຂັ້ນລັດຖະມົນຕີ​ການ​ຕ່າງປະ​ເທດ ຊື່​ງຄາດ​ວ່າ​ຈະ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ທ່ານ​ນາງ Catherine Ashton, ຜູ້ຕາງໜ້າ​ຂັ້ນສູງ​ຂອງ​ອີ​ຢູ ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ-​ການ​ທູດ, ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ແລະ ທ່ານ Andriy Deshchytsia ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໃນ​ອຳນາດ​ການ​ປົກຄອງ​ຊົ່ວຄາວ ຢູ​ແກຼນ. ຝ່າ​ຍລັດ​ເຊຍ ປະກາດ​ຈະ​ເຂົ້າຮ່ວມ​ການ​ພົບ​ປະ​ດ້ວຍ​ເງື່ອນ​ໄຂ​ທີ່​ວ່າ: ​ເນື້ອ​ໃນ​ການ​ປຶກສາ​ຫາລື​ຕ້ອງ​ຮຽກຮ້ອງ​ໃຫ້ອຳນາດ​ການ​ປົກຄອງ​ຊົ່ວຄາວ ຢູ​ແກຼນ ​ເຈລະ​ຈາ​ກັບ​ທ້ອງ​ຖິ່ນ​ຕ່າງໆ. ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ມົດ​ສະ​ກູ​ ພວມ​ລໍຖ້າ​ການ​ອະທິບາຍ​ກ່ຽວ​ກັບ​ຈຸດ​ປະສົງ​ຂອງ​ການ​ພົບ​ປະຄັ້ງນີ້, ພ້ອມ​ທັງ​ຢ້ຳຄືນ​ຂໍ້​ສະ​ເໜີ​ຂອງ​ລັດ​ເຊຍ ກ່ຽວ​ກັບ​ການ​​ໂອ້​ລົມ​ສົນທະນາ​ເປີດ​ກ້ວາງ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທຸກໆ​ກຳລັງ​ການ​ເມືອງ ​ແລະ ພາກພື້ນຢູ່ ຢູ​ແກຼນ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລັດຖະທຳ​ມະນູນ./.

ຂ່າວ/ບົດ​ອື່ນ