ການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຣູມານີ

ການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຣູມານີ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາ​ດ ຣູມາ​ນີ ຄົບຮອບ 98 ປີ
(ພາບ: TTXVN)


(vovworld) - ວັນ​ທີ 27/11 ຢູ່​ຮ່າ​ໂນ້ຍ ສະມາຄົມ​ມິດຕະພາບ ຫວຽດນາມ - ຣູມາ​ນີ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາ​ດ ຣູມາ​ນີ ຄົບຮອບ 98 ປີ (01/12/1918 – 01/12/2016)ແລະ ສະ​ເຫຼີ​ມສະຫຼອງ 25 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູມາ​ນີ (09/11/1991 – 09/11/2016) ກ່າວ​ຄຳ​ເຫັນ​ທີ່​ພິທີ ທ່ານ​ເອກ​ອັກຄະ​ລັດຖະທູດ ຣູມາ​ນີ ປະຈຳ ຫວຽດນາມ Valerriu Arteni ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ບົ​ນ​ພື້ນຖານສາຍ​ພົວພັນ​ມິດ​ຕະຖພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ນ້ຳ​ໃຈ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ຣູມາ​ນີ - ຫວຽດນາມ ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູ​​ດ ​ແລ້ວ,  ສະມາຄົມ​ມິດຕະພາບ ຫວຽດນາມ - ຣູມາ​ນີ ​ແມ່ນ​ຂົວ​ເຊື່ອ​ມຕໍ່​ໃຫ້​ແກ່​ວິ​ສາ​ຫະກິດ 2 ປະ​ເທດ ​ໄດ້​ພົບ​ປະ​ແລກປ່ຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ດຳ​ເນີນ​ທຸລະ​ກິດ, ການ​ລົງທຶນຈັດ​ຕັ້ງບັນດາ​ການ​ເຄື​ື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດລະຫວ່າງປະ​ຊາ​ຊົນ​ຂອງ 2 ປະ​ເທດ.

 

 

ຂ່າວ/ບົດ​ອື່ນ