ການພົບປະສົນທະນາ ອາຊຽນ - ສ.ເກົາຫລີ ຄັ້ງທີ 26

(VOVWORLD) -ສ.ເກົາຫລີ ຢັ້ງຢືນ ສືບຕໍ່ຖືການພົວພັນກັບ ອາຊຽນ ເປັນສຳຄັນ, ສະຫນັບສະຫນູນ ອາຊຽນ ສວມບົດບາດໃຈກາງ
ການພົບປະສົນທະນາ ອາຊຽນ - ສ.ເກົາຫລີ ຄັ້ງທີ 26 - ảnh 1ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວຫນ້າ SOM ອາຊຽນ ຫວຽດນາມ . (ພາບ:TTXVN)

ວັນທີ 1 ກໍລະກົດ, ຢູ່ ເຊີອູນ ປະເທດ  ສ.ເກົາຫລີ ໄດ້ດຳເນີນການພົບປະສົນທະນາ ລະຫວ່າງ ອາຊຽນ ແລະສ.ເກົາຫລີ ຄັ້ງທີ 26. ນະທີ່ນີ້, ສ.ເກົາຫລີ ຢັ້ງຢືນ ສືບຕໍ່ຖືການພົວພັນກັບ ອາຊຽນ ເປັນສຳຄັນ, ສະຫນັບສະຫນູນ ອາຊຽນ ສວມບົດບາດໃຈກາງ ແລະ ໃຫ້ຄຳໝັ້ນສັນຍາສົມທົບກັບ ອາຊຽນ ຜັນຂະຫຍາຍທັດສະນະ ອາຊຽນ ກ່ຽວກັບມະຫາສະມຸດອິນເດຍ - ປາຊີຟິກ (AOIP) ຜ່ານບັນດາໂຄງການ, ການເຄື່ອນໄຫວຮ່ວມມື. ທ່ານເອກອັກຄະລັດຖະທູດຫວຽດນາມ ຫວູໂຮ່, ຜູ້ຮັກສາການຫົວຫນ້າ SOM ອາຊຽນ ຫວຽດນາມ ໄດ້ສະເຫນີ ອາຊຽນ ແລະ ສ. ເກົາຫລີ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືມຸ່ງໄປເຖິງປະຊາຊົນ. ທ່ານ ກໍ່ສະເຫນີສອງຝ່າຍຄວນຟື້ນຟູ, ຊຸກຍູ້ ແລະ ຫັນການຮ່ວມມືແລກປ່ຽນວັດທະນະທຳ, ສື່ມວນຊົນ, ການສຶກສາ, ສິລະປະ, ກິລາ, ການທ່ອງທ່ຽວ, ການແລກປ່ຽນປະຊາຊົນ, ຊາວຫນຸ່ມ, ນັກສຶກສາ..ໃຫ້ເຫັນຫລາຍຮູບຫລາຍແບບ

ສອງຝ່າຍ ຢັ້ງຢືນ ຈະຜັນຂະຫຍາຍປະສິດທິຜົນສັນຍາການຄ້າເສລີ ອາຊຽນ - ສ. ເກົາຫລີ (AKFTA), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ອາຊຽນ ແລະ ສ. ເກົາຫລີ ເຫັນດີ ຄວນມານະພະຍາຍາມປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ທັງຢູ່ ອາຊີຕາເວັນອອກສ່ຽງເຫນືອ ແລະ ອາຊີຕາເວັນອອກສ່ຽງໃຕ້, ຈາກນັ້ນ ປະກອບສ່ວນສ້າງສະພາບແວດລ້ອມ ອາຊີ - ປາຊິຟິກ - ມະຫາສະມຸດອິນເດຍ ໃຫ້ສະດວກ ແລະ ພັດທະນາ. ກອງປະຊຸມພົບປະສົນທະນາ ອາຊຽນ - ສ. ເກົາຫລີ ຄັ້ງທີ 27 ຈະໄດ້ຈັດຂຶ້ນຢູ່ ຫວຽດນາມ ໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ