ການພົບປະສົນທະນາຫວຽດນາມ-ອາເມລິກາກ່ຽວກັບຄວາມເສລີພາບໃນການເຊື່ອຖືສາສະຫນາ

(vovworld)-​​ການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ຄວາມ​ເສ​ລີ​ພາບ​ໃນ​ການ​ເຊ່ືອ​ຖື​ສາສະຫນາ ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 20/6 ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຫລາຍ​ອົງການ​ຢູ່​ອາ​ເມ​ລິ​ກາ​ທີ່​ເຄື່ອນ​ໄຫວ​​ໃນ​ຂົງ​ເຂດ​ດັ່ງກ່າວ. ນີ້​​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຫດການ​ມີ​ລັກສະນະ​ບາດ​ລ້ຽວ, ​ເປີດ​ສາກ​ໃຫ້​ແກ່​ຮູບ​ແບບ​ຮ່ວມ​ມື​ໃຫມ່​ລະຫວ່າງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໃນ​ການ​ຊຸກຍູ້​ຄວາມ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນທະນາ, ສາດສະດາຈານ ​ໂດ໋ກວາງ​ຮື​ງ, ສັງກັດມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ຄວາມ​ຮັບ​ຮູ້ ​ແລະ ການ​ເຄື່ອນ​ໄຫວ​ທາງ​ສາສະຫນາ​ຢູ່​ຫວຽດນາມ​ໄດ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ຮອບ 20 ປີຜ່ານມາ. ​ໃນ 2 ປີຜ່ານມາ, ຈຳນວນ​ຜູ້​ເຊື່ອ​ຖື​ສາສະຫນາ​ໄດ້​ເພີ່ມ​ຂຶ້ນ​ຈາກ 22 ລ້ານ​ຄົນຂຶ້ນ​ເຖິງ 25 ລ້ານ​ຄົນ, ​ໃນ​ຂະນະ​ທີ່​ຈຳນວນ​ສາສະຫນາ​​ໃຫມ່​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ເພີ່ມ​ຂຶ້ນ​ຈາກ 6 ສາສະຫນາ​ຂຶ້ນ​ເຖິງ 13 ສາສະຫນາ​ໃນ 8 ປີຜ່ານມາ. ຫລາຍ​ສາສະຫນາ​ມີ​ຜູ້ຕາງຫນ້າ​ໃນ​ອົງການ​ແນວ​ໂຮມ​ປະ​ເທດ​ຊາດ, ສະພາ​ແຫ່ງ​ຊາດ, ປະກອບສ່ວນ​ປັບປຸງ​ນະ​ໂຍບາຍ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ສາດສະດາຈານ ​ໂດ໋ກວາງ​ຮື​ງ ​ໃຫ້​ຮູ້​ວ່າ:

        “​ຕາມ​ທິດ​ພັດທະນາ​ຂອງ​ນ​ະ​ໂຍບາຍ​ສາສະຫນາ, ພວກ​ຂ້າພະ​ເຈົ້າ​ມີ​ພື້ນຖານ​ເພື່ອ​ຫວັງ​ວ່າ ຫວຽດນາມ ຈະ​ມີ​ນະ​ໂຍບາຍ​ກ່ຽວ​ກັບ​ສາສະຫນາ​ເພື່ອ​ສ້າງ​ບາດກ້າວ​ເລີ​່ມຕົ້ນ​​ຢ່າງ​ແທ້​ຈິງໃຫ້​ແກ່​ການ​ປັບ​ປຸງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ກ່ຽວ​ກັບ​ສາສະຫນາ​ສົມ​ບູນ​ແບບ.”

ການພົບປະສົນທະນາຫວຽດນາມ-ອາເມລິກາກ່ຽວກັບຄວາມເສລີພາບໃນການເຊື່ອຖືສາສະຫນາ - ảnh 1
ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ທີ່​ການ​ພົບປະ​ສົນ​ທະ​ນາ

        ​ຕີ​ລາຄາ​ກ່ຽວ​ກັບ​ການ​ພົບ​ປະ​ສົນທະນາ​ດັ່ງກ່າວ, ດຣ Chris Seiple ສັງກັດ​ອົງການ IGE ຊື່​ງ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຂອງ​ອາ​ເມ​ລິ​ກາ ​ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ ຖື​ວ່າ: ນີ້​ແມ່ນ​ຂີດ​ໝາຍ​​ໃຫມ່​ໃນ​ວິວັດ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອ​າ​ເມ​ລິ​ກາ ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ.

        “​ເລື່ອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ຂອງ​ອາ​ເມ​ລິ​ກາ ​ໄດ້​​ເຂົ້າ​ຮ່ວມ​ການ​ພົບ​ປະ​ສົນທະນາກ່ຽວ​ກັບ​ສາສະຫນາຄັ້ງ​ນີ້ ​ແມ່ນ​ສັນຍານ​ອັນ​ຕັ້ງຫນ້າ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຊາວ​ອາ​ເມ​ລິ​ກາ​ມີຫນ້າ​ຢູ່​ທີ່​ນີ້​ລ້ວນ​ແຕ່​ຮູ້ສຶກ​ປະ​ທັບ​ໃຈ​ເພາະວ່າ ນີ້​ເປັນ​ຄັ້ງທຳ​ອິດ​ເຂົາ​ເຈົ້າ​ໄດ​້ຮັບ​ຟັງ​ຄຳ​ເຫັນ​ໂດຍ​ກົງ​ຈາກ​ຝ່າຍ​ຫວຽດນາມ​ກໍ​ຄື​ອົງການ​ຂອງ​ອາ​ເມ​ລິ​ກາ​ພວມ​ເຄ່ື່ອນ​ໄຫວ​ຢູ່​ຫວຽດນາມ. ”

ຂ່າວ/ບົດ​ອື່ນ