ການພົບປະເຈລະຈາລະ ຫວ່າງການນຳກະຊວງ ແຜນການແລະການລົງທຶນ ຫວຽດນາມ-ກຳປູເຈຍ


ການພົບປະເຈລະຈາລະ ຫວ່າງການນຳກະຊວງ ແຜນການແລະການລົງທຶນ ຫວຽດນາມ-ກຳປູເຈຍ - ảnh 1

ພາບປະກອບ: baodientu.chinhphu.vn)

(vovworld)-  ຕອນ​ເຊົ້າວັນ​ທີ 4/12, ຢູ່​​ແຂວງ​ຈ່າ​ວິ​ງ, ທ່ານ​ຫງວຽນ​ວັນ​ຮຽວ, ຮອງ​ລັດຖະມົນຕີກະຊວງ​​ແຜນການ ​ແລະ ກາ​ນລົງທຶນຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຄະນະ​ນັກວິຊາການ​ຂັ້ນສູງ​ຂອງກະຊວງ​​ແຜນການ​ລາຊະ​ອານາ​ຈັກ​ກຳປູ​ເຈຍ​ ​ໂດຍ​ທ່ານ Hou Taing Eng ລັດຖະມົນຕີກະຊວງ​​ແຜນການ​ລາຊະ​ອານາ​ຈັກ​ກຳປູ​ເຈຍ​ ​ເປັນ​ຫົວໜ້າ​ຄະນະ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງຝ່າຍ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຮັກສາ​ບັນດາ​ເນື້ອ​ໃນ​​ໄດ້ຮ່ວມ​ມື, ​ຕາມ​ນັ້ນ​ແລ້ວ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ-​ສັງຄົມ​ຂອ​ງສອງ​ປະ​ເທດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ສ້າງ ​ແລະ ບໍລິຫານ​ແຜນການ, ຂົງ​ເຂດ​ສະຖິຕິ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ະສັນຈະ​ແລກປ່ຽນ, ​ແບ່ງປັນບົດຮຽນ​ເປັນ​ປະຈຳ ​ແລະ ຍື່ນ​ສະ​ເໜີ​ຕໍ່​ລັດຖະມົນຕີ​ສອງ​ປະ​ເທດ ​ເພີມ​ເຕີ່​ມ​ເນື້ອ​ໃນ​ວຽກ​ງານ​ກວດກາ​ເພື່ອ​ສອງ​ກະຊວງ​ປຶກສາ​ຫາລື, ​ເຊັນ​ເອກະ​ສານ​ຮ່ວມ​ມື​ຢູ່ກຳ​ປູ​ເຈຍ​ ໃນຕົ້ນປີ 2014 ຈະ​ມາ​ເຖິງ​ນີ້.

 

ຂ່າວ/ບົດ​ອື່ນ