ການພົບປະເຈລະຈາລະຫວ່າງປະທານສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ກຳປູເຈຍ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin  ໄດ້ມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 – 30 ພຶດສະພາ. ຕອນບ່າຍວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ລາຊະອານາຈັກກຳປູເຈຍ Samdech Heng Samrin.
ການພົບປະເຈລະຈາລະຫວ່າງປະທານສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ກຳປູເຈຍ - ảnh 1 ການນໍາສະພາແຫ່ງຊາດສອງປະເທດລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ກຳປູເຈຍ (ພາບ:daibieunhandan.vn)

ທີ່ການພົບປະເຈລະຈາ, ການນຳສະພາແຫ່ງຊາດສອງປະເທດ ເຫັນດີເປັນເອກະພາບ ຕ້ອງຍູ້ແຮງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນມຸ່ງໄປສູ່ເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 5 ຕື້ USD ໃນປີ 2020.

ກ່ຽວກັບການຂີດຂັ້ນປັກຫຼັກໝາຍຊາຍແດນ, ການນຳສະພາແຫ່ງຊາດສອງປະເທດສະແດງຄວາມປິຕິຂົມຊື່ນຕໍ່ໝາກຜົນເຊິ່ງ ຫວຽດນາມ ແລະ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ, ໄລ່ມາຮອດປັດຈຸບັນ ໄດ້ປະຕິບັດສຳເລັດ 84% ຂອງລາຍການວຽກງານທັງໝົດ. ສອງຝ່າຍສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ. ກ່ຽວກັບບັນຫານໍາໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ຫວຽດນາມປາດຖະໜາຢາກສືບຕໍ່ແບ່ງປັນຂໍ້ມູນ ແລະ ສົມທົບກັນໃນການຄຸ້ມຄອງ, ນໍາໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງ, ຂຸດຄົ້ນຢ່າງເໝາະສົມ ແລະ ມີປະສິດທິຜົນທ່າແຮງບົ່ມຊ້ອນຈາກແຫຼ່ງໄຟຟ້ານ້ຳຕົກແມ່ນ້ຳຂອງ, ຮັບປະກັນຄວາມປອດໄພ, ຄວາມສະຫງົບແຫຼ່ງນ້ຳ ແລະ ສິ່ງແວດລ້ອມ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະ ປະຊາຊົນ ທີ່ພວມດຳລົງຊີວິດໃນບໍລິເວນລຸ່ມແມ່ນ້ຳຂອງ.  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີ ສະພາແຫ່ງຊາດສອງປະເທດ ເອົາໃສ່ໃຈ ແລະ ສ້າງເງື່ອນໄຂສະດວກເພື່ອຈັດຕັ້ງບັນດາກອງປະຊຸມກ່ຽວກັບສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາເພດຍິງ ແລະ ພົບປະແລກປ່ຽນໄມຕີຈິດລະຫວ່າງບັນດາສະມາຊິກລັດຖະສະພາສອງປະເທດໃນປີ 2019 ໃຫ້ເປັນຢ່າງດີ.  ກອງປະຊຸມຫົວຂໍ້ສະເພາະກ່ຽວກັບສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຂອງຄະນະກຳມະການພົວພັນຕ່າງປະເທດ ແລະ ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງ ສະພາແຫ່ງຊາດ 3 ປະເທດ ຢູ່ ກຳປູເຈຍ ແລະ ຫວຽດນາມ.

ພາຍຫຼັງການພົບປະເຈລະຈາ, ການນໍາສອງປະເທດ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ກຳປູເຈຍ; ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງຫ້ອງການສະພາແຫ່ງຊາດຫວຽດນາມ ແລະ ຄະນະເລຂາສະພາແຫ່ງຊາດກຳປູເຈຍ.

ຕໍ່ຈາກນັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນເຈົ້າພາບງານລ້ຽງຮັບຕ້ອນທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາຊະອານາຈັກກຳປູເຈຍ ຢ່າງສົມກຽດ.

ຕອບກັບ

ຂ່າວ/ບົດ​ອື່ນ