ການ​ພົບ​ປະ​ເຈລະຈາລະຫວ່າງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ

(VOVWORLD) -ໃນວັນທີ 25 ພະຈິກ, ທີ່ສຳນັກງານກະຊວງການຕ່າງປະເທດຍີ່ປຸ່ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ພົບປະເຈລະຈາກັບ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ທ່ານ Hayashi Yoshimasa.
ການ​ພົບ​ປະ​ເຈລະຈາລະຫວ່າງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Hayashi Yoshimasa (ພາບ: TTXVN)

ການພົບປະເຈລະຈາ, ລັດຖະມົນຕີທັງສອງທ່ານໄດ້ເຫັນດີຈະປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອ ພ້ອມກັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊີ່ງກວ້າງຂວາງລະຫວ່າງສອງປະເທດ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ ຄືດັ່ງນາຍົກລັດຖະມົນຕີສອງປະເທດໄດ້ແລກປ່ຽນທີ່ການພົບປະຂັ້ນສູງ ໃນວັນທີ 24 ພະຈິກ 2021.

        ລັດຖະມົນຕີທັງສອງທ່ານໄດ້ເຫັນດີຈະປະສານສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການຜັນຂະຫຍາຍບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 50 ແຫ່ງວັນ ສ້າງຕັ້ງການພົວພັນທາງດ້ານການທູດ ໃນປີ 2023 ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ່າງຂວາງ. ໃນສະພາບການໂລກ ແລະ ພາກພື້ນມີການປ່ຽນແປງຢ່າງໄວວາ, ລັດຖະມົນຕີກະຊວງການຕ່າງປະເທດທັງສອງທ່ານໄດ້ເຫັນດີຈະເພີ່ມທະວີການຮ່ວມມືບົນເວທີພາກພື້ນ ແລະ ສາກົນຄື: ສະຫະປະຊາຊາດ, ອາຊຽນ... ລັດຖະມົນຕີທັງສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຄືທະເລຕາເວັນອອກ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຊື້ອເຊີນ ທ່ານລັດຖະມົນຕີກະຊວງການຕ່າງປະເທດ Hayashi Yoshimasa ມາຢ້ຽມຢາມ ຫວຽດນາມ ໃນເວລາໄວໆນີ້ ເພື່ອເປັນປະທານຮ່ວມໃນກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ-ຍີ່ປຸ່ນ ຄັ້ງທີ 12.

ຕອບກັບ

ຂ່າວ/ບົດ​ອື່ນ