ການພົບປະແລກປ່ຽນ ລະຫວ່າງແມ່ຍິງຮ່າໂນ້ຍ -ວຽງຈັນ


ການພົບປະແລກປ່ຽນ ລະຫວ່າງແມ່ຍິງຮ່າໂນ້ຍ -ວຽງຈັນ - ảnh 1
ຄະນະ​ຜູ້​ແທນ​ສິຫະພັນ​ແມ່ຍິງ​ນະຄອນຫຼວງວຽງ​ຈັນຢ້ຽມຢາມ​​ເມືອງດານ​ເຟື້ອງ

(ພາບ: vov)

 (vovworld)- ຄະນະ​ຜູ້​ແທນ​ສິຫະພັນ​ແມ່ຍິງ​ນະຄອນຫຼວງວຽງ​ຈັນ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບສະຫະພັນ​ແມ່ຍິງ​ນະຄອນຫຼວງ​ຮ່າ​ໂນ້ຍ. ຢູ່​ຮ່າ​ໂນ້ຍ, ຄະນະ​ໄດ້​ໄປ​ຢ້ຽມຢາມ, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ບັນດາ​ຮູບ​ແບບ​ໂຄສະນາ​ກົດໝາຍ, ການ​ບໍລິການ​ວຽກ​ເຮັດ​ງານ​ທຳ, ສອນ​ວິຊາ​ຊີບ​ໃຫ້​ແກ່​ແມ່ຍິງ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີວິດ​ຂອງ​ແມ່ຍິງ​ພິການ, ​ເດັກ​ທຸກ​ຍາກ​ຢູ່​ນະຄອນຫຼວງ. ທ່ານ​ນາງ​ຫງວຽນ​ທິຕວຽດ ຮອງ​ປະທານ​ປະຈຳສະຫະພັນ​ແມ່ຍິງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້າ​ໄດ້​ເຮັດ​ວຽກ, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ຂອງ​ສະຫະ ພັນ​ແມ່ຍິງ. ສະຫະພັນ​ແມ່ຍິງ​ນະຄອນຫຼວງ​ວຽງ​ຈັນ ມີ​ຄວາມ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ແມ່ຍິງ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ​ໂຄສະນາ, ສຶກສາ​ອົບຮົມ, ຂົນຂວາຍ​ແມ່ຍິງ​ປະຕິບັດ​ກົດໝາຍ, ພິ​ເສດ​ແມ່ນ​ກົດໝາຍ​ຄົມມະນາຄົມ​ທາງບົກ, ບົດບາດ​ຂອງ​ແມ່ຍິງ​ໃນ​ການ​ເຂົ້າຮ່ວມ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມຢູ່​ທ້ອງ​ຖິ່ນ. ສະຫະພັນ​ແມ່ຍິງ​ນະຄອນຫຼວງ​ວຽງ​ຈັນ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຫວຽດນາມ

   ພາຍ​ຫລັງລົງ​ຕົວ​ຈິງ ​ແລະ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ບົ​ດບາດ​ຂອງ​ແມ່ຍິງ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່​ ​ແລະ ສ້າງ​ແບບ​ແຜນການ​ດຳລົງ​ຊີວິດ​ສີວິ​ໄລ​ຢູ່​ເມືອງ​ດານ​ເຟື້ອງ, ທ່ານ​ນາງ ລຳ​ໄພ ສີ​ອັກຄະ​ຈັນ ປະທານສະຫະພັນ​ແມ່ຍິງ​ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ:

  “ພາຍ​ລັງ​ໄປ​ຢ້ຽມຢາມບັນດາຮູບ​ແບບ​ການ​ພັດທະນາ​ຊົນນະບົດ​ໃໝ່​ຂອງ​ດານ​ເຟື້ອງ, ຂ້າພະ​ເຈົ້າມີ​ຄວາມ​ປະທັບ​ໃຈ​ຕໍ່​ຮູບ​ແບບ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ. ນີ້​ແມ່ນ​ຮູບ​ແບບ​ທີ່​ດີ​ທີ່​ພວກ​ຂ້າພະ​ເຈົ້າສາມາດ​ຮ່ຳຮຽນ​ເອົາ​ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ລາວໄດ້“.

ຂ່າວ/ບົດ​ອື່ນ