ການພົວພັນກັບຫວຽດນາມແມ່ນບຸລິມະສິດໃນນະໂຍບາຍພາກພື້ນຂອງອິນໂດເນເຊຍ

ການພົວພັນກັບຫວຽດນາມແມ່ນບຸລິມະສິດໃນນະໂຍບາຍພາກພື້ນຂອງອິນໂດເນເຊຍ - ảnh 1
ທ່ານ​ປະ​ທານ​ສະ​ພາ​ສູງ ອິນ​ໂດ​ເນ​ເຊຍ Irman Gusman
 ແລະ ທ່ານ ຮ່​ວາງ​ແອງ​ຕວັນ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ
ພາບ:dangcongsanvn

(vovworld)- ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ສູງ ອິນ​ໂດ​ເນ​ເຊຍ Irman Gusman ທີ່​ການ​ຕ້ອນ​ຮັບ ທ່ານ ຮ່​ວາງ​ແອງ​ຕວັນ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ເຂົ້າ​ຢ້ຽມ​ຂ່ຳ​ນັບ ເມື່ອ​ວັນ​ທີ 7/1 ຢູ່ ນະ​ຄອນ​ຫລວງ ຈາ​ກາ​ຕາ. ທ່ານ​ປະ​ທານ​ສະ​ພາ​ສູງ ອິນ​ໂດ​ເນ​ເຊຍ Irman Gusman ຖຶ​ວ່າ: ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ຄວນ​ຂຸດ​ຄົ້ນ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ ເພື່ອ​ຮັບ​ໃຊ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຍົກ​ສູງ​ລະ​ດັບ​ຄອງ​ຊີບ, ສະ​ຫວັດ​ດີ​ການ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ. ທ່ານ​ປະ​ທານ​ສະ​ພາ​ສູງ ອິນ​ໂດ​ເນ​ເຊຍ Irman Gusman ກໍ​ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ, ນະ​ຄອນ​ໃຫຍ່​ຂອງ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ເພື່ອ​ສ້າງ​ຄວາມ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮ່​ວາງ​ແອງ​ຕວນ ສະ​ແດງ​ຄວາມ​ຫວັງ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຈະ​ມີ​ບັນ​ດາ​ບາດ​ກ້າວ​ຄືບ​ຫນ້າ​ໃຫມ່ ແລະ ແທດ​ຈິງ ພາຍ​ຫລັງ​ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ