ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນພວມພັດທະນາອັນດີງາມ
ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບ ທ່ານ Kunio Umeda ເອກອັກຄະລັດຖະທູດ ຍີ່ປຸ່ນ ແລະ ພັນລະຍາ
|
(vovworld)- ວັນທີ 9/1 ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ພັນລະຍາ ໄດ້ໃຫ້ການຕ້ອນຮັບ ທ່ານ Kunio Umeda ເອກອັກຄະລັດຖະທູດ ຍີ່ປຸ່ນ ແລະ ພັນລະຍາ ເຂົ້າຢ້ຽມຂ່ຳນັບ. ທ່ານປະທານປະເທດ ເຈີນດ້າຍກວາງ ອວຍພອນທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ມາຮັບຫນ້າທີ່ການທູດຢູ່ ຫວຽດນາມ ແລະ ເນັ້ນຫນັກວ່າ ທ່ານເອກອັກຄະລັດຖະທູດມາຮັບຫນ້າທີ່ໃນສະພາວະການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ ແລະ ຍີ່ປຸ່ນ ພວມພັດທະນາອັນດີງາມໃນບັນດາຂົງເຂດ ການເມືອງ, ເສດຖະກິດ ການຄ້າ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນ: ຫນຶ່ງໃນບັນດາເຫດການສຳຄັນສຳລັບການພົວພັນລະຫວ່າງສອງປະເທດໃນປີ 2017 ແມ່ນການຢ້ຽມຢາມຫວຽດນາມເປັນຄັ້ງທຳອິດຂອງພະເຈົ້າຈັກກະພັດຍີ່ປຸ່ນ ແລະ ພະລາຊານີ. ທ່ານປະທານປະເທດເຊື່ອໝັ້ນວ່າ ການຢ້ຽມຢາມ ຈະເປັນຂີດໝາຍໃຫມ່ມີຄວາມສຳຄັນພິເສດໃນການພົວພັນຮ່ວມມືລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດຍີ່ປຸ່ນ Kunio Umeda ຢືນຢັນ ຈະສົມທົບຢ່າງແຫນ້ນແຟ້ນກັບຝ່າຍ ຫວຽດນາມ ເພື່ອກະກຽມໃຫ້ແກ່ຢ້ຽມຢາມຫວຽດນາມ ຂອງພະເຈົ້າຈັກກະພັດ ແລະ ພະລາຊານີ ແລະ ຢາກໄດ້ຮັບຄວາມຊ່ວຍເຫລືອຈາກບັນດາອົງການກ່ຽວຂ້ອງຂອງຫວຽດນາມເພື່ອໃຫ້ທ່ານສຳເລັດຫນ້າທີ່ເປັນຂົວຕໍ່ໃນການພົວພັນລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ.