ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາຫຼາຍ​​ກ່​ວາ​ເກົ່າ

(VOVWORLD) - ທ່ານເອກອັກຄະລັດຖະທູດ Giorgio Aliberti ໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ, ທ່ານຢັ້ງຢືນວ່າການພົວພັນ ຫວຽດນາມ - ສະຫະພາບເອີລົບມີການພັດທະນາຢ່າງແຮງທີ່ສຸດ
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາຫຼາຍ​​ກ່​ວາ​ເກົ່າ - ảnh 1ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Giorgio Aliberti, ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ (EU) ປະຈຳ ຫວຽດນາມ (ພາບ: TTXVN)

ຕອນຄ່ຳວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Giorgio Aliberti, ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ (EU) ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດວຽກງານຢູ່ ຫວຽດນາມ. ທ່ານລັດຖະມົນຕີຟານວັນຢາງ ໄດ້ສະແດງຄວາມຊົມເຊີຍທ່ານ Giorgio Aliberti ທີ່ທ່ານມີອາຍຸການປະຕິບັດງານທີ່ປະສົບຜົນສຳເລັດຢູ່ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນ ຫວຽດນາມ - EU ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນຊາດເວົ້າສະເພາະ. ທ່ານລັດຖະມົນຕີຢັ້ງຢືນການຮ່ວມມືດ້ານປ້ອງກັນຊາດ ໂດຍສອງຝ່າຍໄດ້ຜັນຂະຫຍາຍບັນລຸປະສິດທິຜົນ, ເໝາະສົມກັບຂອບເຂດສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA), ສົນທິສັນຍາລະຫວ່າງລັດຖະບານ ຫວຽດນາມ ແລະ EU ກ່ຽວກັບການສ້າງຂອບເຂດການເຂົ້າຮ່ວມຂອງ ຫວຽດນາມ ເຂົ້າໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການກັບ EU (FPA).

ສ່ວນທ່ານເອກອັກຄະລັດຖະທູດ Giorgio Aliberti ໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ, ທ່ານຢັ້ງຢືນວ່າການພົວພັນ ຫວຽດນາມ - ສະຫະພາບເອີລົບມີການພັດທະນາຢ່າງແຮງທີ່ສຸດ, ໃນອະນາຄົດຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງກ່ວາອີກ. ສະຫະພາບເອີລົບໄດ້ຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນຫຼາຍຂົງເຂດຄື: ການປ້ອງກັນ, ຕ້ານພະຍາດໂຄວິດ - 19, ໜູນຊ່ວຍ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ