ການພົວພັນລະຫວ່າງEUແລະຫວຽດນາມພັດທະນາຢ່າງດີງາມ

ການພົວພັນລະຫວ່າງEUແລະຫວຽດນາມພັດທະນາຢ່າງດີງາມ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານJose Manuel Barroso, ປະທານ EC
photo:TTXVN


(vovworld)- ປະທານ​ຄະນະ​ກຳມະການ​ເອີ​ລົບ(EC) Jose Manuel Barroso ຈະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 25-26/8. ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ທີ 2 ຂອງ​ທ່ານ Barroso ​ໃນ​ຖານະ​ປະທານ EC, ​ໃນ​ສະພາບ​ການ​ສາຍ​ພົວພັນ​ລະຫວ່າງ ອີ​ຢູ ​ແລະ ຫວຽດນາມ ພວມ​ພັດທະນາ​ຢ່າງ​ດີງາມ ​ແລະ ອຸດົມສົມບູນ, ສ້າງ​ກາລະ​ໂອກາດ​ຮ່ວມ​ມື​ໃຫມ່​ໃນ​ຫລາຍ​ຂົງ​ເຂດ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ ຫວຽດນາມ ປະຈຳ ​ແບນ​ຊີກ, ທ່ານ​ປະທານ Barroso ​ໃຫ້​ຮູ້​ວ່າ: ຈຸດປະສົງ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້ ​ແມ່ນ​ເພື່ອ​ປັບປຸງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ສືບ​ຕໍ່​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ກໍ​ຄື​ບັນລຸ​ຄວາມ​ຄືບ​ຫນ້າ​ໃນ​ການ​ເຈ​ລະ​ຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຊື່​ງ​ເລີ່​ມຕົ້ນ​ແຕ່​ປີ 2012. ປະ​ຈຸ​ບັນ ອີ​ຢູ ​ແມ່ນ​ຕະຫລາດ​ສົ່ງ​ອອກ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ ​ແລະ ຢືນ​ອັນ​ດັບ​ທີ 2 ກ່ຽວ​ກັບ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ສອງ​ຝ່າຍ. ການ​ແລກປ່ຽນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ອີ​ຢູ - ຫວຽດນາມ ​ເພີ່ມ​ຂຶ້ນ​ເກືອບ 20% ​ໃນ​ແຕ່ລະ​ປີ, ບັນລຸ 27 ຕື້ ​ເອີ​ໂຣ ​ໃນ​ປີ 2013. EC  ​ແລະ ບັນດາ​ປະ​ເທດ​ສະມາຊິກ ອີ​ຢູ ກໍ​ແມ່ນ​ນັກ​ຊ່ວຍ​ເຫລືອ​ລ້າ​ໃຫຍ່​ສຸດ​ຂອງ ຫວຽດນາມ.

ກ່ຽວ​ກັບ​ດ້ານ​ການ​ເມືອງ, ທ່ານ Barroso ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ ຄື​ດັ່ງ​ປະ​ເທດ​ປະສານ​ງານ​ໃນ​ການພົວພັນ​ລະຫວ່າງ ອີ​ຢູ ​ແລະ ອາຊຽນ. ຕາມ​ທ່ານ Barroso ​ແລ້ວ, ນັບ​ແຕ່​ເມື່ອ ຫວຽດນາມ ​ເປີດ​ປະຕູ​ອອກ​ສູ່​ໂລກ ດ້ວຍ​ນະ​ໂຍບາຍ “ປ່ຽນ​ໃຫມ່” ​ແລະ ນັບ​ແຕ່​ເມື່ອ​ເຂົ້າ​ເປັນ​ສະມາຊິກ WTO, ປະ​ເທດ​ຊາດ​ໄດ້​ມີ​ການ​ພັດທະນາ​ເສດຖະກິດ​ດີ​ພໍ​ສົມຄວນ. ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນ. ​ໄພ​ເງິນ​ເຟີ້ ​ແລະ ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ໄດ້​ຮັບ​ການ​ຮັກສາ​ເປັນ​ປົກກະຕິ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ ​ແມ່ນ​ເປີດ​ສິ່ງ​ທ້າ​ທາຍ​​ໃຫມ່​ໃຫ້​ແກ່​ຫວຽດນາມ. ຫວຽດນາມ ຕ້ອງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຢ່າງ​ໝັ້ນຄົງ ຕາມ​ທິດ​ຫັນ​ປະ​ເທດ​ຊາດ​ເປັນ​​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ.

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ Barroso ຢືນຢັນ: ອີ​ຢູ ຖື​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ເປັນ​ສຳຄັນ. ອີ​ຢູ ພວມ​ສົ່ງ​ເສີມ​ທຸກ​ຝ່າຍ​ຕ້ອງ​ຊອກ​ຫາ​ມາດ​ຕະການ​ສັນຕິ ຜ່ານ​ການ​ເຈລະຈາ ​ແລະ ຮ່ວມ​ມື, ສອດ​ຄອ່ງກັບ​ກົດໝາຍ​ສາກົນ ພິ​ເສດ ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ ​ແລະ ສືບ​ຕໍ່​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ.

 

ຂ່າວ/ບົດ​ອື່ນ