ການພົວພັນລະຫວ່າງກູບາ ແລະ ຫວຽດນາມ ແມ່ນສັນຍາລັກຂອງຍຸກສະໄຫມ

ການພົວພັນລະຫວ່າງກູບາ ແລະ ຫວຽດນາມ ແມ່ນສັນຍາລັກຂອງຍຸກສະໄຫມ - ảnh 1
ທ່ານເລຮົ່ງແອງຢ້ຽມຢາມແລະເຮັດວຽກຢູ່ ກູບາ
ພາບ:TTXVN

(vovworld)- ​ວັນ​ທີ 7/9 ຢູ່ ສູນ​ກອງ​ປະຊຸມ​ທີ່​ນະຄອນຫລວງ ລາ​ຮາ​ວານ, ທ່ານ ​ເລຂາ​ທີ​ຫນຶ່ງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ, ປະທານ​ປະ​ເທດ ກູ​ບາ Raul Castro ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ເລ​ຮ່ົງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ​ສູນ​ກາງ​ພັກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ​ກອມ​ມູນິດ ຫວຽດນາມ ​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກູ​ບາ. ທີ່​ການ​ຕ້ອນຮັບ, ທ່ານ ​ເລ​ຮ່ົງ​ແອ​ງ ຢືນຢັນ​ການ​ສະຫນັບສະຫນູນ, ຄວາມ​ສາມັກຄີ​ສະ​ເຫມີ​ຕົ້ນສ​ະ​ເຫມີ​ປາຍ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້​ຄວາມ​ເປັນ​ທຳ​ຂອງ​ປະຊາ​ຊົນ​ກູ​ບາ, ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ພັດທະນາ​ກວ່າ​ອີກ​ໃນ​​ໄລຍະ​ຈະ​ມາ​ເຖິງ. ທ່ານ​ປະທານ Raul Castro ຊີ້​ແຈງ​ວ່າ: ທັດ​ສະ​ນະ​ການ​ພົວພັນ​ເປັນ​ແບບຢ່າງ​ລະຫວ່າງ ກູ​ບາ ​ແລະ ຫວຽດນາມ ​ໃນ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ​ແມ່ນ​ສັນຍາ​ລັກ​ຂອງ​ຍຸກ​ສະ​ໄຫມ ພ້ອມ​ທັງ​ຍ້ອງຍໍ​ບັນດາ​ຜົນງານ​ຊື່​ງຫວຽດນາມ ຍາດ​ມາ​ໄດ້​ໃນ​ຊຸມ​ປີຜ່ານມາ ​ແລະ ຖື​ວ່າ ບົດຮຽນ​ຂອງ​ຫວຽດນາມ ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ສຳລັບ​ກູ​ບາ.

ຂ່າວ/ບົດ​ອື່ນ