ການພົວພັນລະຫວ່າງຫວຽດນາມ ແລະ ຝລັ່ງ ຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ

(vovworld)- ວັນ​ທີ 26/9, ທ່ານ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​​ອອກ​ຈາກ ປາຣີ ສິ້ນສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມ​ຕີ ສ ຝລັ່ງ ຢ່າງ​ເປັນ​ທາງ​ການ ​ເພື່ອ​ເດີນທາງ​ໄປ​​ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື​ຂັ້ນ​ສຸດ​ຍອດ​ ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 68. ກ່ອນ​ຫນ້າ​ນັ້ນ ວັນ​ທີ 25/9, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຈລະຈາ​ກັບ​ນາຍົກລັດຖະມົນຕີ ຝລັ່ງ Jean Ayrault. ນາຍົກລັດຖະມົນຕີ ທັງ​ສອງ​ທ່ານ​ໄດ້​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ຢ່າງ​ເປັນ​ທາງ​ການ ຍົກ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຝລ່ັງ ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.​ນີ້​ແມ່ນ​ບາດ​ລ້ຽວ​ເປີດ​ຫນ້າ​ປະຫວັດສາດ​ໃຫມ່ ​ໃນ​ການ​ພົວພັນ ​ແລະ ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ນັບ​ທັງສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ.   

ການພົວພັນລະຫວ່າງຫວຽດນາມ ແລະ ຝລັ່ງ  ຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ແລະ​ທ່ານ ນາຍົກລັດຖະມົນຕີ ຝລັ່ງ Jean Ayrault.

ທີ່​ການ​ປະຊຸມ​ຂ່າວ ພາຍຫລັງ​ການ​ເຈລະຈາ,​ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ຝລັ່ງ​ເປັນ​ຂີດ​ໝາຍ​ສຳຄັນ ​ແລະ ມີ​ຄວາມ​ຫມາຍ​ທີ່​ສຸດ​ສຳລັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເປັນ​ຕົ້ນ​ໃນ​ສະພາບ​​ທີ່ສອງ​ປະ​ເທດສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ. ພວກ​ຂ້າພະ​ເຈົ້າ​ຢືນຢັນ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ສອງ​ປະ​ເທດ​ເຊື່ອມ​ຕໍ່​ເປັນ​ຄູ່​ຮ່ວມ​ມື​ກັນ ພິ​ເສດ​ໃນ​ບັນດາ​ຂົງ​ເຂດ​ທີ່ ຝລັ່ງ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ ຄື: ​ເຕັກ​ໂນ​ໂລ​ຊີ​ສູງ, ພື້ນຖານ​ໂຄງ​ລ່າງ, ພະລັງງານ, ຄົມມະນາຄົມ, ສາທາລະນະ​ສຸກ, ກະສິກຳ, ປຸງ​ແຕ່ງອາຫານ ​ແລະ ສິ່ງ​ແວດ​ລ້ອມ.”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ນາຍົກລັດຖະມົນຕີ ຝລັ່ງ Jean Marc Ayrault ​ເຫັນ​ດີ​ເປັນ​ເອກະສັນ​ວ່າ: ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ. ຝລັ່ງ ສະຫນັບສະຫນູນ​ຫລັກ​ໝັ້ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ແກ້​ໄຂ​ບັນດາ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ. ​ທ່ານ​ນາຍົກລັດຖະມົນຕີ ຝລັ່ງ ຢືນຢັນ​ວ່າ:

        “ປະ​ເທດ​ ຝລັ່ງ ສະຫນັບສະຫນູນ​ຄວາມ​ເສລີ​ໃນ​ການ​ຈໍລະ​ຈອນ​ທາງ​ທະ​ເລ​ຕາ​ເວັນ​ອອກ, ​ເຄົາລົບ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ຮັບປະກັນ​ຄວາມ​ໝັ້ນຄົງ, ປອດ​ໄພ ​ແລະ ຄວາມ​ເສລີ​ການ​ເດີນ​ທະ​ເລ. ພວກ​ຂ້າພະ​ເຈົ້າ​ສົ່ງ​ເສີມ​ບັນດາ​ປະ​ເທດສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ​ຕົນ ຕາມ​ທີ່​ຕັ້ງ​ບົດ​ບາດ​ຂອງ​ແຕ່ລະ​ປະ​ເທດ ບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ບັນດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ.”

        ພາຍຫລັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ນາຍົກລັດ​ຖະມົນຕີ ຝລັ່ງ  Jean Marc Ayrault ​ໄດ້​ລົງ​ນາມ​ໃນຖະ​ແຫລ​ງການ​ຮ່ວມ ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງ​ຫວຽດນາມ ​ແລະ ຝລັ່ງ. ຖະ​ແຫລ​ງການ​ໄດ້​ຊີ້​ແຈງ​ການ​ກຳນົດ​ທິດ​​ຮ່ວມ​ມື​ໃນ 5 ໝວດ​ຂົງ​ເຂດ, ​ໃນ​ນັ້ນ ມີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ - ການ​ຕ່າງປະ​ເທດ, ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ນາຍົກລັດຖະມົນຕີທັງສອງ​ທ່ານ ​ພ້ອມ​ກັນ​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ຫລາຍ​ສະບັບ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ວິ​ສາ​ຫະກິດ​ສອງ​ປະ​ເທດ ​ທີ່ກ່ຽວຂ້ອງ​ເຖິງ​ບັນດາ​ຂົງ​ເຂດ​ເສດຖະກິດ, ທະນາຄານ, ຄົມມະນາຄົມ​ຂົນ​ສົ່ງ, ນ້ຳມັນ​ອາຍ​ແກ​ສ.

 

 

 

 

ຂ່າວ/ບົດ​ອື່ນ