ການພົວພັນລະຫວ່າງຫວຽດນາມ-ການາດາສືບຕໍ່ໄດ້ຮັບການປັບປຸງແລະພັດທະນາ

ການພົວພັນລະຫວ່າງຫວຽດນາມ-ການາດາສືບຕໍ່ໄດ້ຮັບການປັບປຸງແລະພັດທະນາ - ảnh 1
ການພົວພັນລະຫວ່າງຫວຽດນາມ-ການາດາ
ສືບຕໍ່ໄດ້ຮັບການປັບປຸງແລະພັດທະນາ
(ພາບ: Vietnam+)


(vovworld) – ການ​ພົວພັນ​ລະຫວ່າງ​ຫວຽດນາ​ມ - ກາ​ນາ​ດາ​ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ແລະ​ພັດທະນາ, ສິ່ງ​​ດັ່ງກ່າວ​ໂດຍທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ກາ​ນາ​ດາ ​ໂຕ​​ແອ​ງຢຸງ ຢືນຢັນ, ທີ່​ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​​ເດືອນ​ສິງຫາ ​ແລະ ວັນຊາດ​ທີ 2 ກັນ​ຍາ, ຢູ່​ນະຄອນຫຼວງ Ottawa ​ໂດຍ​ສະຖານທູດ​ຫວຽດນາມ ຈັດ​ຕັ້ງ​ໃນ​ວັນ​ທີ 15/09. ທ່ານ​ເອກ​ອັກຄະ​ລັດຖະທູດ ໂຕ​​ແອ​ງຢຸງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ພວ​​ມນອນ​ໃນ​ບັນຊີ​ລາຍຊື່​ບັນດາ​ປະ​ເທດໃຫ້​ບຸລິ​ມະ​ສິດ​ຂອງ​ຍຸດ​ທະ​ສາດ​​ຕະຫຼາດ​ທົ່ວ​ໂລກ, ຍຸດ​ທະ​ສາ​ດການ​ສຶກສາ​ສາກົນ ​ແລະ ​ໂຄງການ​ພັດທະນາ​ສາກົນ​ຂອງ​ກາ​ນາ​ດາ. ປະຈຸ​ບັນ, ກາ​ນາ​ດາ ​ແມ່ນ​ປະ​ເທດ​ຢືນ​ອັນ​ດັບ​ທີ 14 ກ່ຽວ​ກັບ​ການ​ລົງທຶນ​ຢູ່​ຫວຽດນາມ ​ແລະ ມີ​ນັກຮຽນ, ນັກ​ສຶກສາ​ຫວຽດນາມ ພວມ​ຮໍ່າຮຽນ​ຢູ່​ທີ່​ນີ້​ປະມານ 5.000 ຄົນ. ຫວຽດນາມ ສະໜັບສະ​ໜູນ​ນະ​ໂຍບາຍ​ມຸ້ງ​ໄປ​ສູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ ຂອງ​ກາ​ນາ​ດາ ​ແລະ ຊົມ​ເຊີຍການ​ປະກອບສ່ວນ​ຂອງ​ກາ​ນາ​ດາ ​​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາ​ມວັດ​ທະນາ​ຖາວອນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ