ການພົວພັນຫວຽດນາມ-ສິງກາໂປພັດທະນາໃນທຸກຂົງເຂດ

ການພົວພັນຫວຽດນາມ-ສິງກາໂປພັດທະນາໃນທຸກຂົງເຂດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສິງ​ກາ​ໂປ ​ເຈີ່ນ​ຫາຍ​ເຫົ້າ
(ພາບ: Kim Yến/Vietnam+)

(vovworld) – ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສິງ​ກາ​ໂປ ​ເຈີ່ນ​ຫາຍ​ເຫົ້າ ​ໄດ້​ຢືນຢັນວ່າ​ການ​ພົວພັນ​ຫວຽດນາມ-​ສິງ​ກາ​ໂປ​ພັດທະນາ​ໃນ​ທຸກ​ຂົງ​ເຂດ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ ສິງ​ກາ​ໂປ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (1973 – 2013). ທ່ານ​ເອກ​ອັກຄະ​ລັດຖະທູດ ເຈີ່ນ​ຫາຍ​ເຫົ້າ ຖື​ວ່າ: ປີ 2013 ​ແມ່ນ​ປີ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ເສດຖະກິດ​ນັ້ນແມ່ນ​​ໃນຂົງ​ເຂດ​ລົງ​ທືນ. ສະ​ເພາະ​ໃນ​ 11 ​ເດືອນ​ຜ່ານ​ມາ, ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ຈົດ​ທະບຽນ​​ໃໝ່​ຂອງ​ບັນດາ​ບໍລິສັດ ສິງ​ກາ​ໂປ ​ເຂົ້າ ຫວຽດນາມ ບັນລຸ 4,3 ຕື້ USD, ຍົກ​ຍອດ​ທຶນ FDI ຂອງ ສິງ​ກາ​​ໂປ​ເຂົ້າ ຫວຽດນາມ ຂຶ້ນ​ເຖິງ 29,2 ຕື້ USD. ກ່ຽວ​ກັບ​ແງ່​ຫວັງ​ການ​ພົວພັນ ຫວຽດນາມ - ສິງ​ກາໂປ ​ໃນ​ປີ 2014, ທ່ານ​ເອກ​ອັກຄະ​ລັດຖະທູດ ເຈີ່ນ​ຫາຍ​ເຫົ້າ ​ໃຫ້​ຮູ້​ວ່າ: ປີ 2014 ​ແມ່ນ​ປີ​ບານພັບ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ ອາ​ຊຽນ ກະກຽມ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP), ​ໃນ​ນັ້ນ ຫວຽດນາມ ​ແລະ ສິງ​ກາ​​ໂປ ກໍ່​ແມ່ນ​ຄູ່​ຮ່ວມ​ມື, ຈະ​ໄດ້​ຮັບ​ການ​ລົງ​ນາມ​ໂດ​ຍ​ໄວ. ນີ້​ແມ່ນ​ເງື່ອນ​ໄຂ​ສະ​ດວກຊຸກຍູ້​ການ​ພົວພັນລະຫວ່າງ 2 ປະ​ເທດ​ໃນ​ທຸກໆ​ດ້ານ, ພິ​ເສດ​ແມ່ນ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

 




ຂ່າວ/ບົດ​ອື່ນ