ການຟື້ນ​ຟູ​​ຖ້ຽວ​ບິນ​ການ​ຄ້າ​ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ ແລະ ປອດ​ໄພ​ທີ່​ສຸດ

(VOVWORLD) -ຕອນບ່າຍວັນທີ 8 ຕຸລາ ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະນົນຕີ ເລວັນແທັງ ໄດ້ເປັນປະທານ ກອງປະຊຸມທາງໄກກ່ຽວກັບການຜັນຂະຫຍາຍການຟື້ນຟູ ຖ້ຽວບິນການຄ້າ, ຂົນສົ່ງຜູ້ໂດຍສານຢູ່ພາຍໃນປະເທດ.

ການຟື້ນ​ຟູ​​ຖ້ຽວ​ບິນ​ການ​ຄ້າ​ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ ແລະ ປອດ​ໄພ​ທີ່​ສຸດ - ảnh 1ທ່ານຮອງນາຍົກລັດຖມະນົນຕີ ຫວຽດນາມ ເລວັນແທັງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ທີ່ກອງປະຊຸມ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ໄດ້ນຳສະເໜີວິທີທົດລອງ ແລະ ກຳນົດຊົ່ວຄາວ ກ່ຽວກັບການຜັນຂະຫຍາຍຖ້ຽວບິນຂົນສົ່ງຜູ້ໂດຍສານປົກກະຕິ ຢູ່ພາຍໃນປະເທດ, ຮັບປະກັນຄວາມປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ຕາມນັ້ນແລ້ວ, ແຜນການຂຸດຄົ້ນຖ້ຽວບິນ ໄດ້ປະຕິບັດທົດລອງນັບແຕ່ວັນທີ 10 ຕຸລາ ຫາວັນທີ 20 ຕຸລາ,  ຄາດວ່າ ລວມມີ 10 ຖ້ຽວບິນໄປກັບ ແຕ່ນະຄອນໂຮ່ຈີມິນ ໄປຫາທ້ອງຖິ່ນຕ່າງໆ, 6 ຖ້ຽວບິນໄປກັບແຕ່ຮ່າໂນ້ຍ, 4 ຖ້ຽວບິນແຕ່ ດ່ານັ້ງ ແລະ 3 ຖ້ຽວບິນແຕ່ແທັງຮ໊ວາ.

ສະຫຼຸບຄຳເຫັນອັດກອງປະຊຸມ, ທ່ານເລວັນແທັງ ຖືວ່າ ການຟື້ນຟູການເຄື່ອນໄຫວຂົນສົ່ງຜູ້ໂດຍສານ ຢູ່ພາຍໃນປະເທດດ້ວຍສາຍການບິນນັ້ນ ແມ່ນຈຳເປັນທີ່ສຸດ ໃນສະພາບການປັດຈຸບັນເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ, ທ້ອງຖິ່ນ, ປະຊາຊົນ, ຟື້ນຟູການຜະລິດດຳເນີນທຸລະກິດຄືນໃໝ່. ເຖິງຢ່າງໃດກໍຕາມ, ການຟື້ນຟູຖ້ຽວບິນນັ້ນ ກໍ່ຕ້ອງຜັນຂະຫຍາຍຢ່າງລະມັດລະວັງ, ເອົາໃຈໃສ່ຊີ້ນຳນຳພາ, ປະຕິບັດເທື່ອລະກ້າວ ຫຼັງຈາກນັ້ນແມ່ນເປີດກວ້າງໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ