ການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ອັນ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ

(VOVWORLD) - ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍ, ໂດຍສະເພາະການຮ່ວມມືດ້ານເສດຖະກິດ ໃນສະພາບການທີ່ທົ່ວໂລກມີຄວາມຜັນແປຫຼາຍຢ່າງໃນໄລຍະມໍ່ໆມານີ້.
ການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ອັນ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ)

        ຕີລາຄາກ່ຽວກັບການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ນັບແຕ່ວັນທີ 8 ເຖິງ 10 ກຸມພາ, ທ່ານ ປ.ອ ຟ້າມດຶກມິງ ສັງກັດອົງການວິທະຍາສາດ, ເຕັກໂນໂລຊີ ແລະ ຄົ້ນຄວ້າຂອງລັດຖະບານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍ, ໂດຍສະເພາະການຮ່ວມມືດ້ານເສດຖະກິດ ໃນສະພາບການທີ່ທົ່ວໂລກມີຄວາມຜັນແປຫຼາຍຢ່າງໃນໄລຍະມໍ່ໆມານີ້.

        ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກະໂປ,  ທ່ານ ປ.ອ ຟ້າມດຶກມິງ ໄດ້ຊີ້ແຈ້ງວ່າ ການຢ່ຽມຢາມໄດ້ເປີດສາກໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ - ສິງກະໂປ ຄົບຮອບ 50 ປີ. ການຢ້ຽມຢາມກໍ່ໄດ້ປະກອບສ່ວນປັບປຸງ, ຊຸກຍູ້ການພົວພັນຂອງ ຫວຽດນາມ ກັບບັນດາປະເທດ ອາຊຽນ ແລະ ສະແດງໃຫ້ເຫັນບົດບາດ, ຖານະບົດບາດຂອງ ຫວຽດນາມ ທີ່ກໍາລັງສູງຂຶ້ນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ