ການຢ້ຽມຢາມກຳປູເຈຍຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມຈະເພີ່ມທະວີການພົວພັນບ້ານໃກ້ເຮືອນຄຽງ

ການຢ້ຽມຢາມກຳປູເຈຍຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມຈະເພີ່ມທະວີການພົວພັນບ້ານໃກ້ເຮືອນຄຽງ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ
ພາບ:laodong.com

(vovworld)- ຕອນ​ບ່າຍ​ວັນ​ທີ 27/9, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກີມ​ເງິນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ລາວ​ຢ່າງ​ເປັນ​ທາງ​ການ ແລະ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ Samdech Heng Samrin. ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ຫວຽດ​ນາມ ຢູ່​ສະ​ຫນາມ​ບິນ​ສາ​ກົນ ພະ​ນົມ​ເປັນ, ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ Mensam An, ທ່ານ Chheng Vun, ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ,ຮ່ວມ​ມື​ສາ​ກົນ, ຖະ​ແຫລງ​ຂ່າວ ແລະ ສື່​ສານ ພ້ອມ​ກັບ​ສະ​ມາ​ຊິກ​ກຸ່ມ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ພ້ອມ​ກັບ​ພະ​ນັກ​ງາ​ນ​ສະ​ຖານ​ທູດ​ຫວຽດ​ນາມ ປ​ະ​ຈຳ​ກຳ​ປູ​ເຈຍ ແລະ ຜູ້​ຕາງ​ຫນ້າ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ.
ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-28/9 ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ, ຫນັງ​ສື​ພິມ​ Rasmei Kampuchea ໄດ້​ລົງ​ພິມ​ບົດ, ຮູບ​ພາບ ແລະ ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ທ່ານ​ນາງ ຫງວຽນ​ທິ​ກີມ​ເງິນ, ໃນ​ນັ້ນ ເນ​ັ້ນ​ຫນັກ​ວ່າ ການ​ຢ້ຽມ​ຢາມ ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ກຳ​ປູ​ເຈຍ ແລະ ຫວຽດ​ນາມ. ການ​ຢ້ຽມ​ຢາມ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ສືບ​ຕໍ່​ຖື​ເປັນ​ສຳ​ຄັນ ແລະ ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ກຳ​ປູ​ເຈຍ.  ຕາມ​ບົດ​ຫນັງ​ສື​ພິມ​ດັ່ງ​ກ່າວ​ແລ້ວ, ການ​ຢ້ຽມ​ຢາມ​ກຳ​ປູ​ເຈຍ ຂອງ​ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ອາ​ລົມ​ຈິດ ຄວາມ​ສາ​ມັກ​ຄີ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ