ການຢ້ຽມຢາມຈີນຂອງປະທານປະເທດ ເຈືອງເຕີນຊາງ ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ພັດທະນາ

ການຢ້ຽມຢາມຈີນຂອງປະທານປະເທດ ເຈືອງເຕີນຊາງ ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ພັດທະນາ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ ຫວຽດນາມ ຂົງຊວຽນ​ຢ້ຽວ
(ພາບ: Minh Trường/QĐND)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊືອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ສປ ຈີນ ສື​ຈິ້ນ​ຜິ​ງ, ທ່ານ​ປະທານ​ປະ​ເທດ ສສ ຫວຽດນາມ ​ເຈືອງ​ເຕີນ​ຊາງ ຈະ​ມີ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ປະ​ເທດ ຈີນ ​ແຕ່​ວັນ​ທີ 19 – 21/6/2013. ​ເມື່ອ​ຕອບ​ສຳພາດ​ສື່​ມວນ​ຊົນ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ ຫວຽດນາມ ຂົງຊວຽນ​ຢ້ຽວ ຫວັງ​ວ່າການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ພັດທະນາ, ພ້ອມ​ທັງ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນບັນດາ​ບັນຫາ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ດ້ານ​ການ​ເມືອງ, ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ຍັງ​ຄົງ​ຄ້າງ​ລະຫວ່າງ 2 ປະ​ເທດ​ໃຫ້​ເໝາະ​ສົມ, ຊຸກຍູ້​ການ​ພົວພັນ ຈີນ - ຫວຽດນາມ ພັດທະນາ​ກ້າວ​ເຂົ້າ​ສູ່​ລະດັບ​ສູງ​ໃໝ່. ຕາມ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ ​ຂົງຊວຽນ​ຢ້ຽວ​ ​ແລ້ວ, ​ໃນ​ປີ​ນີ້, ພາຍ​ໃຕ້​ຄວາມ​ມານະ​ພະຍາຍາມ​ລວມຂອງ​ 2 ປະ​ເທດ, ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ສະ​ສາດຮອບດ້ານ ຈີນ - ຫວຽດນາມ  ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ໃໝ່. ສິ່ງ​ດັ່ງກ່າ​ວສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ​ການ​ນຳ​ຂັ້ນສູງ 2 ປະ​ເທດ​ມີ​ການ​ສຳຜັດ​ເປັນ​ປະຈຳ​ກ່ວາ, ​ການ​ພົວພັນ​ແລກປ່ຽນ​ລະ​ຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ 2 ປະ​ເທດ​ສືບ​ຕໍ່​ມີ​ປະສິດທິ​ຜົນ, ການຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ນັບ​ມື້​ນັບ​​ເປີດ​ກ້ວາງ. ພາຍຫຼັງ​ວົງ​​ເງິນ​ການ​ຄ້າ 2 ຝ່າຍ​ປີ 2012 ບັນລຸ 40 ຕື້ USD, ວົງ​ເງິນ​ການ​ຄ້າ​ໄລຍະ 5 ​ເດືອ​ນຕົ້ນ​ປີ 2013 ບັນລຸ 18,9 ຕື້ USD, ​ເພີ່ມ​ຂຶ້ນ 37,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. 2 ຝ່າຍ​ພ້ອມ​ກັນ​ມານະ​ພະຍາຍາມ​ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ທາງ​ທະ​ເລ, ຊຸກຍູ້​ການ​ເຈລະຈາ​​ແບ່ງກຳນົດ ​ແລະ ພ້ອມ​ກັນ​ຂຸດ​ຄົ້ນ​ເຂດ​ທະ​ເລນ​ອກປະຕູ​ອ່າວ​ພາກ​ເໜືອ, ຮ່ວມ​ມື​​ໃນ​ຂົງ​ເຂດບໍ່​ສະດຸ​ງ​ໄວປານ​ໃດບັນ​ທະ​ເລ.

    ​ເມື່ອ​ເຕື້ອງ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ແງ່​ຫວັງ​ໃນ​ການ​ພັດທະນາ ຫວຽດນາມ - ຈີນ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຂົງຊວຽນ​ຢ້ຽວ ຢືນຢັນ​ວ່າ: ຈີນ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ຫວຽດນາມ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ດ້ານ​ການ​ເງິນ, ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ຊຸກຍູ້​ການ​ພົວພັນ​ຖານ​ບ້ານ​​ໃກ້​ເຮືອນຄຽງ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ ຈີນ - ຫວຽດນາມ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ