ການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດເຈືອງເຕີນຊາງແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

ການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດເຈືອງເຕີນຊາງແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານປະທານປະເທດ ເຈືອງ​ເຕີນ​ຊາງ ແລະ ທ່ານນາຍົກລັດຖະມົນຕີ
ຍີ່ປຸ່ນ Shinzo Abe
photo:biendongvn.


(vovworld)- ກ່ອນການຢ້ຽມຢາມທາງລັດຖະກິດເຖິງຍີ່ປຸ່ນຂອງທ່ານປະທານປະເທດ ເຈືອງ​ເຕີນ​ຊາງ, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ຍີ່​ປຸ່ນ, ທ່ານ ດ່ວາ​ນຊວນ​ຮື​ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ບີ່​ປຸ່ນ​ໄດ້​ເນັ້ນ​ຫນັກ​ວ່າ: ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ, ​ເພາະວ່າ ນີ້​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ທຳ​ອິດ​ຂອງ​ບັນດາ​ປະ​ເທດ​ໃນ​ປີ 2014.

        “ການ​ພົວພັນ​ລະຫວ່າງ ຍີ່​ປຸ່ນ ​ແລະ ຫວຽດນາມ ປະຈຸ​ບັນ​ພວມ​ພັດທະນາ​ຢ່າງ​ຈົບງາມ. ພວກ​ເຮົາ ພວມ​ມີ​ທ່ວງທ່າ​ຊຸກຍູ້​ການ​ພົວພັນຫວຽດນາມ-​ຍີ່​ປຸ່ນ​ໃນ​ທຸກ​ຂົງ​ເຂດ. ການ​ຢ້ຽມຢາມ​ຍີ່​ປ່ນ ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ດ້ວຍ​ຈຸດປະສົງ​ປັບປຸງ​ເພີ່ມ​ທະວີ​ການ​ພົວພັນ​ອັນ​ດີງາມ​ລະຫວ່າ​ງສອງ​ປະ​ເທດ ​ແລະ ຊຸກຍູ້​ການ​ພົວພັນ​​ໃຫ້ຮອບດ້ານກວ່າ, ​ເລິກ​ເຊີ່ງ​ກວ່າ ດ້ວຍ​ວິ​ໄສ​ທັດ​ຍາວ​ນານ​ກວ່າ.”

        ທ່ານ​ເອກ​ອັກຄະ​ລັດຖະທູດ ດວານ​ຊວນ​ຮື​ງ ຍັງ​ໃຫ້​ຮູ້​ວ່າ: ຍີ່​ປຸ່ນ​ແມ່ນ​ປະ​ເທດ​ສະຫນອງ​ທຶນ ODA ຫລາຍ​ສຸດ​ໃຫ້​ແກ່​ຫວຽດນາມ​ໃນ​ຫລາຍ​ປີຜ່ານມາ ​ແລະ ລັດຖະບານ​ຍີ່​ປຸ່ນ ສືບ​ຕໍ່​ໝັ້ນ​ໝາຍ​ສະຫງວນ​ບຸລິມະສິດ​​ໃຫ້​ແກ່​ຫວຽດນາມ ​ຢູ່ໃນ​ລະດັບ​ສູງ​ໃນ​ໄລຍະ​ຈະ​ມາ​ເຖິງ. ​

ຂ່າວ/ບົດ​ອື່ນ