ການຢ້ຽມຢາມທາງລັດຖະກິດກຳປູເຈຍຂອງທ່ານປະທານປະເທດເຈີ່ນດ້າຍກວາງຈະເພີ່ມທະວີການພົວພັນຮ່ວມມືທີ່ເປັນມູນເຊື້ອ

ການຢ້ຽມຢາມທາງລັດຖະກິດກຳປູເຈຍຂອງທ່ານປະທານປະເທດເຈີ່ນດ້າຍກວາງຈະເພີ່ມທະວີການພົວພັນຮ່ວມມືທີ່ເປັນມູນເຊື້ອ - ảnh 1
(ພາບປະກອບ)

(vovworld) – ​ ​ “ການ​ຢ້ຽມຢາມ​ທາງ​ລັດຖະກິດ​ກຳປູ​ເຈຍ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈີ່ນ​ດ້າຍ​ກວາງ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກ່ວາ​ອີກ​” ນັ້ນ​ແມ່ນ​ຫົວ​ຂໍ້​ບົດຂຽນ​ຂອງໜັງສືພິມ​ລາຍ​ວັນ “ລັດສະໝີ ກຳປູ​ເຈຍ” ອອກ​ວັນ​ທີ 14/06 ພ້ອມ​ກັບ​ຮູບ​ພາບ​ທ່ານ​ປະທານ​ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ. ບົດ​ຂຽນ​ໃຫ້​ຮູ້​ວ່າ: ​ໂດ​ຍ​ໄດ້​ຮັບ​ຄຳ​ເຊີນ​ຂອງພະ​ບາດ​ສົມ​ເດັດ​ພະ​ບໍລົມ​ມະ​ນຽດ Norodom Sihamoni ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ຢ​້ຽມຢາມທາງ​ລັດຖະກິດ​ລາຊະ​ອານາ​ຈັກ ກຳປູ​ເຈຍ ​ໃນ​ລະຫວ່າງ​ວັນ​ທີ 14 – 16/06. ຕາມ​ບົດ​ຂຽນ​ແລ້ວ ການ​ຢ້ຽມຢາມລາຊະ​ອານາ​ຈັກ ກຳປູ​ເຈຍ ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​​ໃນຖານະ​ຕຳ​ແໜ່ງ​ເປັນ​ປະທານ​ປະ​ເທດ ຫວຽດນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ແຖວ​ໜ້າ​ໃນ​ການ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີລະຫວ່າງ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ. ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ກໍ່​ສະ​ແດງ​​ໃຫ້​ເຫັນຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ, ນ້ຳ​ໃຈ​ສາ​ມັກ​ຄີ​ສະໜິດ​ຕິດ​ພັນ ​ແລະ ສະໜັບສະໜູນ, ຊ່ວຍ​ເຫຼືອ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ສຳລັ​ບລາຊະ​ອານາຈັກ ກຳປູ​ເຈຍ. ​ພະ​ບາດ​ສົມ​ເດັດ​ພະ​ບໍລົມ​ມະ​ນຽດ Norodom Sihamoni ​ໄດ້​ຢືນຢັນ​ວ່າ: “ປະຊາຊົນ ຫວຽດນາມ ​ເປັນ​ເພື່ອນ​ມິດ​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ ກຳປູ​ເຈຍ. ປະຊາຊົນ ກຳປູ​ເຈຍ ຈະ​ເປັນ​ເພື່ອນ​ມິດ​ຖານ​ບ້ານ​ໃກ​້​ເຮືອນ​ຄຽງທີ່​ດີ, ຮຽງ​ບ່າ​ຮຽງ​ໄຫຼກັບ​ປະຊາຊົນ ຫວຽດນາມ ຕະຫລອດ​ໄປ. ກຳປູ​ເຈຍ ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມນັ້ນ”.

        ຕາມ​ໜັງສືພິມ​ “ລັດສະໝີ ກຳປູ​ເຈຍ” ແລ້ວ, ການ​ພົວພັນ 2 ປະ​ເທ​ດພວມ​ມີ​ກາລະ​ໂອກາດ​ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນຫລາຍ​ຢ່າງ ​ເພື່ອ​ພັດທະນາ​ຢ່າງ​ແຮງ, ຮອບ​ດ້ານ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຢືນຢັນຕັດສິນ​ໃຈ​ສືບ​ຕໍ່​ພ້ອມ​ກັນ​ເພີ່ມ​ຄູນ​ພູນ​ສ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​​ໃຫ້ພັດທະນາ​ກ່ວາ​ອີ​ກ ​ເພື່ອ​ແນ​ໃສ່​ນຳ​ມາ​​​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ປະຊາຊົນ ຫວຽດນາມ ​ແລະ ກຳປູ​ເຈຍ. ໜັງສືພິມ “ລັດສະໝີ ກຳປູ​ເຈຍ” ຖື​ວ່າ: ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ​ຂັ້ນ​ສູງ, ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​, ທ້ອງ​ຖິ່ນ ​ແລະ ປະຊາຊົນ 2 ປະ​ເທດ, ​ເຊື່ອ​ໝັ້ນຢ່າງ​ແນ່​ວ​ແນ່​ວ່າ: ບໍ່​ມີອິ​ດທິກຳລັງ​ໃດໆ ສາມາດ​ສະກັດ​ກັ້ນ​ປະຊາຊົນ 2 ປະ​ເທດ ກຳປູ​ເຈຍ - ຫວຽດນາມ ພ້ອມ​ກັນກ້າວ​ເຂົ້າ​ບົນ​ເສັ້ນທາງ​ແຫ່ງ​ສັນຕິພາບ​ ​ແລະ ມິດຕະພາບ​​ໄດ້. ການ​ພົວພັນ​ຖານ​ບ້ານ​ໃກ​້​ເຮື​ອນຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວນານ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ເພື່ອ​ຜົນ​ປະ​ໂຫຍ​ດ​ແທດ​ຈິງ​ຂອງ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ