ການຢ້ຽມຢາມທີ່ເປີດກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງ

ການຢ້ຽມຢາມທີ່ເປີດກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງ - ảnh 1
(ປະທານ​ສະ​ພາ​ແຫ່ງ​ຊາດ
​ຫງວຽນ​ຊິງ​ຮຸ່ງ ຢ້ຽມຢາມໂປ​ໂລ​ຍ)
(vovworld) -     ຄື​ດັ່ງ​ທີ່​ພວກ​ເຮົາ​​ໄດ້ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 17/03, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ພ້ອມ​ກັບ​ຄະນະ​ຜູ້​ແທນຂັ້ນສູງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ກັບ​ເມືອຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ໄປ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ,  ສ.ສະຫະພັນ​ເຢຍລະ​ມັນ ​ແລະ ສ.​ໂປ​ໂລ​ຍ ເປັນ​ທາງ​ການ​ຢ່າງ​ຈົບງາມ. ​ເມື່ອ​ຕອບ​ສຳພາດວົງ​ການ​ສື່​ມວນ​ຊົນກ່ຽວ​ກັບ​ໝາກຜົນ​ທີ່​ພົ້ນ​ເດັ່ນຂອງການ​ໄປ​ຢ້ຽມຢາມ, ທ່ານ​ຫົວໜ້າ​ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ເຈີ​ນວັນ​ຮັ່ງ ຢືນຢັນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ. ນອກຈາກ​​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ​ແລ້ວ, ການ​ຢ້ຽມຢາມ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ໄດ້​ຮັບ​ການຕີ​ລາຄາ​ສູງຈາກສະຫະພັນ​ລັດ​ເຊຍ,  ສ.ສະຫະພັນ​ເຢຍລະ​ມັນ ​ແລະ ສ.​ໂປ​ໂລ​ຍອີກ​ດ້ວຍ. ການ​ນຳ​ຂັ້ນ​ສູງ 3 ປະ​ເທດ ​ໄດ້​ຍົກ​ອອກ​ຫຼາຍເນື້ອ​ໃນ​ເພື່ອ​ແນ​ໃສ່ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານນັບ​ທັງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ມີ​ຕໍ່​ຫວຽດນາມ. ບັນດາ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ແລກປ່ຽນ​ທັດສະນະ, ​ແບ່ງປັນ​ບົດຮຽນ ​ແລະ ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ກັນ​ບົນ​ເວ​ທີ​ປາ​ໄສ​ສາກົນ. ທ່ານ ​ເຈີ​ນວັນ​ຮັ່ງ ​ໃຫ້​ຮູ້​ວ່າ.

“ຢູ່​ລັດ​ເຊຍ, ​ໃນ​ການ​ພົບ​ປະ​ຕ່າງໆກັບ​ປະທານ​ສະຫະພັນ​ລັດ​ເຊຍ, ​ປະທານ​ສະພາ​ສູງ​ລັດ​ເຊຍ, ທ່ານນາຍົກລັດຖະມົນຕີ Medvedev, 2 ຝ່າຍ​ໄດ້​ເປັນ​ເອກ​ກະພາບ​ນຳ​ກັນ​​ເປັນຢ່າງ​ສູງ​ນັ້ນ​ແມ່ນ ຍາມ​ໃດ​ກໍ​ສະໜັບ​ສະ​ໜູນບັນດາ​ບັນຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ໃນເວທີ​ປາ​ໄສ​ສາກົນ, ພິ​ເສດ​ແມ່ນ​ຝ່າຍ​ລັດ​ເຊຍ ກໍ​ເຫັນ​ດີ​ຕໍ່ທັດສະນະ​ຫຼັກ​ໝັ້ນ​ຂອງ​ພວກ​ເຮົາ, ​ແກ້​ໄຂ​ບາງ​ບັນຫາ​ກ່ຽວ​ກັບ​ການ​ພິດ​ພາດກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຢູ່ ​ໂປ​ໂລ​ຍ, 2 ຝ່າຍ​ໄດ້​ຕົກລົງ​ສ້າງ​ບັນດາ​ຫຼັກການ​ທີ່​ເປັນ​ພື້ນຖານ, ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ໂປ​ໂລ​ຍ ​ແລະ ປະທານາທິບໍດີ​ໂປ​ໂລ​ຍ ກໍ​ໄດ້​ຮັບ​ຄຳ​ເຊີນ​ຈະ​ມາ​ຢ້ຽມຢາມ​ຫວຽດນາມ​ໃນ​ທ້າຍ​ປີ 2013 ນີ້. ຝ່າຍ​ໂປ​ໂລ​ຍ ​ໄດ້​ຕີ​ລາຄາ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດສຳຄັນຍິ່ງ​ໃນ​ຍຸດ​ທະ​ສາດການ​ຕ່າງປະ​ເທດ​ຂອງ​​ໂປ​ໂລ​ຍ ທັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ໂປ​ໂລ​ຍ ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”.

ທີ່​ການ​ຢ້ຽມຢາມ ສ.ສະຫະພັນ​ເຢຍລະ​ມັນ, 2 ຝ່າຍ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ 8 ​ເນື້ອ​ໃນລະອຽດ​ເຊິ່ງຫວຽດນາມ ​ແລະ ສ.ສະຫະພັນ​ເຢຍລະ​ມັນ ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື. ກຸ່ມ​ສະມາຊິກສະພາ​ແຫ່ງ​ຊາດ 2 ປະ​ເທດ​ຫວຽດນາມ - ​ເຢຍລະ​ມັນ ​ໄດ້​ມີ​ການ​ພົບ​ປະ​ຕ່າງໆ ​ແລະ ​ໃຫ້​ຄຳ​ໝັ້ນ​ສົນ​ຍາ​ວ່າ ຈະພ້ອມ​ກັນ​ເພີ່ມ​ທະວີ​ການຮ່ວມ​ມື​ເພື່ອ​ໜູນ​ຊ່ວຍ​ບັນດາ​ອົງການ​ນິຕິ​ບັດ​ຍັດ ​ແລະ ລັດຖະບານ 2 ປະ​ເທດ ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.

ຂ່າວ/ບົດ​ອື່ນ