ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຈະຊ່ວຍຍົກການພົວພັນ2ປະເທດຂຶ້ນສູ່ລະດັບສູງໃໝ່

ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຈະຊ່ວຍຍົກການພົວພັນ2ປະເທດຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່າ​ນ​ນາງ ສູນ​ທອນ ໄຊ​ຍະ​ຈັກ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ລາວ

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ສ​ປ​ປ ລາວ ບຸນ​ຍັງ ວໍ​ລະ​ຈິດ, ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ຈະ​ຢ້ຽມ​ຢາມ​​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ແຕ່​ວັນ​ທ​ີ 24 – 26/11 ຈະ​ມາ​ເຖິງຢ່າງ​ເປັນ​ທາງ​ການ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ກ່ອນ​ການ​ຢ້ຽມ​ຢາມ, ທ່ານ​ນາງ ສູນ​ທອນ ໄຊ​ຍະ​ຈັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເນັ້ນ​ໜັກ​ວ່າ: ໃນ​ຕະຫຼອດ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ລາວ - ຫວຽດ​ນາມ ໄດ້​ຮັບ​ການ​ເປີດ​ກ້​ວາງ​ຢ່າງບໍ່​ຢຸດຢັ້ງ​ໃນ​ທຸກ​ດ້ານ ແລະ ພັດ​ທະ​ນາ​ຢ່າງ ຕໍ່​ເນື່ອງ​ທັງ​ລວງ​ກ້​ວາງ ແລະ ລ​ວງ​ເລິກ​ໃນ​ທຸກໆ​ຂົງ​ເຂດ, ຄື​ການ​ພົວ​ພັນ​ດ້າ​ນ​ການ​ເມືອງ. ການ​ຢ້ຽມ​ຢາມ​ລາວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ​ໄດ້ສະ​ແດງ​ໃຫ​້​ເຫັນ​ວ່າ: ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ ຫວຽດ​ນາມ - ລາວ, ພ້ອມ​ທັງ​ຢັ້ງ​ຢືນ​ລັກ​ສະ​ນະ​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ລາວ - ຫວຽດ​ນາມ. ລັດ​ຖະ​ບານ​ລາວ ຕີ​ລາ​ຄາ​ສູງ​ເລື່ອງ​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ 2 ພັກ, 2 ລັດ​ຖະ​ບານ ລາວ - ຫວຽດ​ນາມ ມີ​ໂອ​ກາດ​ໄດ້​ພົບ​ປະ, ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂອງ 2 ຝ່າຍ, ສືບ​ຕໍ່​ເປັນ​ເອ​ກະ​ພາບ​ໃນ​ການ​ວາງ​ອອກ​ທິດ​ທາງ​ເພື່ອ​ແນ​ໃສ່​ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມືໃນ​ໄລ​ຍະ​ຈະ​ມາ​ເຖິງ, ເຮັດ​ແນວ​ໃດ​ເພື່ອ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລາວ - ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ສູງ​ສຸດ. ທ່ານ​ນາງ ສູນ​ທອນ ໄຊ​ຍະ​ຈັກ ຖື​ວ່າ ການ​ຢ້ຽມ​ຢາມ​ລາວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ​ໃນຄັ້ງ​ນີ້​ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂ​ົ້າ​ໃນ​ການ​ເປີດ​ກ້​ວາງ ແລະ ຍົກ​ລະ​ດັບ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ ລາວ ແລະ ຫວຽດ​ນາມ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.


ຂ່າວ/ບົດ​ອື່ນ