ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີB.Obamaເຮັດແຈ້ງແລະປັບປຸງຄວາມຮັບຮູ້ລວມ

ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີB.Obamaເຮັດແຈ້ງແລະປັບປຸງຄວາມຮັບຮູ້ລວມ - ảnh 1
​ສາດ​ສະ​ດາ​ຈານ Marvin Ott
(vovworld)-ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີB.Obamaໄດ້ເຮັດ​ແຈ້ງ​ແລະ​ປັບ​ປຸງ​ຄວາມ​ຮັບ​ຮູ້​ລວມ​ກ່ຽວ​ກັບ​ບັນ​ດາ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຫວຽດ​ນາມ-ອາ​ເມ​ລິ​ກາ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ສາດ​ສະ​ດາ​ຈານ Marvin Ott, ​ຊື່ງ​ແມ່ນຫນຶ່ງ​ໃນ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ ແຖວ​ຫນ້າ​ຂອງ​ໂລກ ໃນ​ການ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ພາຍ​ຫລັງ​​ທີ່​ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Brack Obama ສິ້ນ​ສຸດ​ການ​ຢ້ຽມ​ຢ​າມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທ່ານ Marvin Ott ກໍ​ຢືນ​ຢັນ​ວ່າ: ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Brack Obama ໄດ້​ມາ​ນະ​ພ​ະ​ຍາ​ຍາມ​ສ້າງ​ບັນ​ດາ​ພື້ນ​ຖານ​ຕົ້ນ​ຕໍ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຍຸດ​ທະ​ສາດ ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາໃຫ້​ນັບ​ມື້​ນັບ​ສະ​ຫນິດ​ຕິ​ດ​ພັນ​ກວ່າ​. ເມື່ອ​ໄຈ້​ແຍກ​ບົດ​ກ່າວ​ປາ​ໄສ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Brack Obama ຕໍ່​ຫນ້າ​ນັກ​ຮຽນ, ນັກ​ສຶກ​ສາ, ນັກ​ຮຽນ​ຮູ້ ແລະ ປະ​ຊາ​ຊົນ​ຮ່າ​ໂນ້ຍ, ສາດ​ສະ​ດາ​ຈານ Marvin Ott ຖື​ວ່າ: ບົດ​ກ່າວ​ປາ​ໄສ​ນີ້​ແມ່ນ​ການ​ລວບ​ລວມ​ວິ​ວັດ​ການ ໃນ​ໄລ​ຍະ 40 ປ​ີ ນັບ​ແຕ່​ເມື່ອ​ສົງ​ຄາມ​ຫວຽດ​ນາມ ສິ້ນ​ສຸດລົງ, ສອງ​ປະ​ເທດ​ໄດ້​ຄ່ອຍໆ​ຜ່ານ​ຜ່າ​ອະ​ດີດ​ຕະ​ການ​ສົງ​ຄາມ ແລະ ເປີດ​ສັງ​ກາດ​ໃຫມ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ. ເມື່ອ​ຕອບ​ຄຳ​ຖາມ​ຂ​ອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ກະ​ທົບ​ຂອງ​ໝາກ​ຜົນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ທ້າຍ​ປີນີ້ ສຳ​ລັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນ​ອະ​ນາ​ຄົດ, ສາດ​ສະ​ດາ​ຈານ Marvin Ott ຊີ້​ແຈ້ງວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບໍ່​ມີ​ການ​ຖົກ​ຖຽງ​ໃດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຂອງ​ອາ​ເມ​ລິ​ກາ ສຳ​ລັບ​ຫວຽດ​ນາມ ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ, ໃນ​ສະ​ພາ​ແຫ່ງ​ຊາດ ຫລື ສື່ມວນ​ຊົນ​ອາ​ເມ​ລິ​ກາ. ນັ້ນ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ. ພວ​ກ​ເຮົາ​ອາດ​ຈະ​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ວົງ​ການ​ການ​ເມືອງ ອ​າ​ເມ​ລິ​ກາ ກ່ຽວ​ກັບ​ນະ​ໂຍ​ບາຍ​ສຳ​ລັບ​ຫວຽດ​ນາມ ແລະ ສິ່ງນີ້​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ໃນ​ອະ​ນາ​ຄ​ົດ​ຈະບໍ່​ມີ​ການ​ປ່ຽນ​ແປງ​ໃດ​ ຈະ​ແມ່ນ​ໃຜ​ມາ​ເປັນປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄົນ​ໃຫ​ມ່ ກໍ​ຕາມ.”

ຕອບກັບ

ຂ່າວ/ບົດ​ອື່ນ