ການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງໄດ້ສ້າງຄວາມປະທັບໃຈຕໍ່ປະຊາຊົນອາເມລິກາ

ການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງໄດ້ສ້າງຄວາມປະທັບໃຈຕໍ່ປະຊາຊົນອາເມລິກາ - ảnh 1
(ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ແລະ
​ອະ​ດີດ​​ເອກ​ອັກຄະ​ລັດຖະທູດອາ​ເມ​ລິ​ກາປະຈຳ​ຫວຽດນາມ Michael Michalak)


​​(vovworld) - ​                                                                           ​​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ເລຂາທິການ​​ໃຫຍ່ຄະນະ​ບໍລິການ​ງານ​ສູນ​ກາ​ງພັກ​ກອມ​ມູນິດ​ຫວຽດນາມ ​ຫງວຽນ​ຟຸຈ້ອງ ​​ເຖິງ​ອາ​ເມ​ລິ​ກາ ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ. ​ເຫດ​ການ​ນີ້​ໄດ້​ຮັບ​ຄວາມ​ສົນ​​ໃຈ​ພິ​ເສດ​ຈາກ​ຫາງ​ສຽງ​ອາ​ເມ​ລິ​ກາ, ຈາກ​ບັນດາ​ນັກ​ການ​ເມືອງ, ນັກຮຽນ​ຮູ​້ ຕະຫຼອດຮອດ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ລ້ວນ​ແຕ່​ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ບັນດາໝາກຜົນ​ທີ່​ຕັ້ງໜ້າ​ເຊິ່ງ​ການ​ຢ້ຽມຢາມ​ໄດ້​ ນຳ​ມາ​ໃຫ​້ສຳລັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ອະ​ດີດ​​ເອກ​ອັກຄະ​ລັດຖະທູດອາ​ເມ​ລິ​ກາ ປະຈຳ​ຫວຽດນາມ Michael Michalak ຖື​ວ່າ, ການ​ຢ້ຽມຢາມ​ໄດ້​ຢືນຢັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຄົາລົບ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ປະ​ເທດ.

      “ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ, ສະ​ແດງ​ໃຫ​້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິກ​ເຊິ່ງລະຫວ່າງ 2 ປະ​ເທດຄື ​ການ​ປະຕິບັດ​ຖະ​ແຫຼ​ງການ​​ເຊິ່ງ 2 ຝ່າຍ​ໄດ້ຍົກ​ອອກ​ມາໃນ​ການ​ພົວພັນຄູ່​ຮ່ວມ​ມື​ຮອບ​ດ້ານ, ຕາມ​ນັ້ນ​ແລ້ວ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ເຄົາ​ລົບ​ລະບອບ​ການ​​ເມືອງ​ຂອງ​ກັນ. ການ​ຢ້ຽມຢາມ ​ໄດ້​ນຳ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ແລະ ຂ້າພະ​ເຈົ້າ​ຫວັງ​ວ່າ, 2 ປະ​ເທດ​ຈະ​ສືບ​ຕໍ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ເຄົາລົບເຊິ່ງກັນ ​ແລະ ກັນກວ່າ​ອີກ”.

      ສ່ວນ​ທ່ານ Murray Hiebert, ຮອງ​ຫົວໜ້າ​ໂຄງການ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ສາກົນ (CSIS), ​ຖື​ວ່າ.

      “ຂ້າພ​ະ​ເຂົ້າ​ຫວັງ​ວ່າ, ທ່ານ​ປະທາ​ນາ​ທິບໍ​ດີ Barack Obama ຈະ​ມາ​ຢ້ຽມຢາມ​ຫວຽດນາມ, ອາດ​ຈະ​ແມ່ນ​ໃນ​ເດືອ​ນ 11 ປີ 2015 ນີ້, ​ເນື່ອງ​ໃນ​ໂອກາດ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ APEC ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ​ຕາ​ເວັນ​ອອກ. ​ໃນ​ການ​ຢ້ຽມຢາມ​ຜ່ານ​ມາ, 2 ຝ່າຍ​ໄດ້​ປຶກສາ​ຫາ​ລື​ຫຼາຍບັນຫາ ​ແລະ ພວກ​ເຮົາ​ພຽງ​ຕີ​ລາຄາ​ໝາດ​ຜົນ​ແທດ​ຈິງ​ຂອງ​ການ​ຢ້ຽມຢາມ​ນີ້ ຜ່ານ​​ເລື່ອງ 2 ຝ່າຍ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ຍົກ​ອອກ​ມາ​ຄື​ແນວ​ໃດ​ໃນ​ອະນາຄົດ”.

      ບັນດາ​ນັກຮຽນ​ຮູ້​ອາ​​ເມ​ລິ​ກາ ຖື​ວ່າ, ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ​ແລະ ການຮ່ວມ​ມື​ແມ່ນ​ສານ​ໄດ້​ຮັບ​ການ​ຢັ້ງຢືນ​ຜ່ານ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ບັນດາ​ປັດ​ໃຈ​ດັ່ງກ່າວ​ກໍ​ຈະ​ແມ່ນ​ເຂັ້ມ​ຊີ້​ທິດ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ