ການວາງລະເບີດສະຫລະຊີບຢູ່Cameroonແລະອີຣັກເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະບາດເຈັບ

ການວາງລະເບີດສະຫລະຊີບຢູ່Cameroonແລະອີຣັກເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະບາດເຈັບ - ảnh 1
ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພວມ​ກູ້​ຊ່ວຍ​ຜູ້​ຮັບ​ບາດ​ເຈັບ
ພາບ:AFP

(vovworld)- ​ວັນ​ທີ 25/7, ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 19 ຄົນ ແລະ 62 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ຢູ່​ເທດ​ສະ​ບານ Marouna ພາກ​ເຫນືອ Cameroon. ເຫດ​ບຸກ​ໂຈມ​ຕີນ​ີ້​ເກີດ​ຂຶ້ນ​ພຽງພາຍ​ຫລັງ 3 ມື້​ເກີດ​ການ​ວາງ​ລະ​ເບີດ​ຊ້ອນ​ໂດຍ​ຖື​ວ່າ ແມ່ນ​ພວກ​ກະ​ບົດ Boko Haram ປະ​ຕິ​ບັດ​ເຮັດ​ໃຫ້ 20 ຄົນ​ເສຍ​ຊີ​ວິດ. ໂທ​ລະ​ພາບ​ໃຫ້​ຂ່າວ​ວ່າ: ຕົວ​ການ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ແມ່ນ​ແມ່​ຍິງ​ຄົນ​ຫນຶ່ງ. ໃນ​ຂະ​ນະ​ນັ້ນ ຢູ່​ອີ​ຣັກ ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​​ສະ​ຫລະ​ຊີບ ຊ້ອນ ຢູ່​ເທດ​ສະ​ບານ Tuz Khurmatu ຫ່າງ​ຈາກ​ນະ​ຄອນ​ຫລວງ ແບກ​ແດດ ທາງ​ທິດ​ເຫນືອ ປະ​ມານ 175 ກິ​ໂລ​ແມັດ ເຮັດ​ໃຫ້​ຢ່າງ​ຫນ້ອຍ​ສຸດ 12 ຄົນ​ເສຍ​ຊີ​ວິດ ແລະ ອີກ 45 ຄົນ​ຖືກ​ບາດ​ເຈັບ.

 

 

 

 

 

 

ຂ່າວ/ບົດ​ອື່ນ