ການສົ່ງອອກຂອງຫວຽດນາມ ໄປຍັງ ເມກຊິກໂກ ສືບຕໍ່ມີການເຕີບໂຕສູງ

ການສົ່ງອອກຂອງຫວຽດນາມ ໄປຍັງ ເມກຊິກໂກ ສືບຕໍ່ມີການເຕີບໂຕສູງ - ảnh 1

ສິນ​ໃນ​ນ້ຳຫວຽດນາມ ສົ່ງ​ໄປ​ເມ​ຊິກ​ໂກ

(ພາບ:vietnamplus.vn)

( vovworld ) – ຫ້ອງການການ​ຄ້າ​ສະຖານທູດ​ຫວຽ​ດນາມ ປະຈຳ​ເມກ​ຊິກ​ໂກ ​ໃຫ້​ຮູ້​ວ່າ: ​ໃນ 6 ​ເດືອນ​ຕົ້ນປີ 2012, ວົ່ງ​ເງິນ​ສົ່ງ​ອອກຂອງ​ຫວຽດນາມ ​ໄປ​ຍັງຕະຫຼາດ ​ເມກ​ຊິກ​ໂກ ຍັງ​ສືບ​ຕໍ່​ມີທ່າ​ເຕີບ​ໂຕ, ດ້ວຍ​ຈຳນວນ​ເງິນ​ກ່ວາ 560 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 24% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສ່ວນ​ຫຼາຍ​ແມ່ນ​ຍ້ອນ​ມີ​ການ​ເພີ່ມ​ປະລິມານ​ສິນຄ້າ​ສົ່ງ​ອອກ​ບາງ​ປະ​ເພດ​ຄື: ​ເກີບ, ​ເຄື່ອງ​ຕ່ຳແຜ່ນຕັດຫຍິບ, ສິນ​ໃນ​ນ້ຳ, ​ເຄື່ອງ​ເອ​ເລັກ​ໂຕ​ນິກ, ກາ​ເຟ, ຢາງ​ພາລາ. ຕາມ​ທ່ານ Hoang Anh Dung ທູດການ​ຄ້າຫວຽດນາມ ປະຈຳ​ເມ​ກຊິກ​ໂກ ​ແລ້ວ, ດ້ວຍ​ທ່າ​ເຕີບ​ໂຕ​ສູງ​ໃນ6 ​ເດືອນ​ຕົ້ນປີ 2012, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນອາດ​ຈະ​ລື່ນ​ກາຍລະດັບ​ສະຖິຕິຄື 1 ຕື້​ໂດ​ລາ​ສະຫະລັດທີ່​ບັນລຸ​ໄດ້​ໃນ​ປີ 2011. ປະຈຸ​ບັນ, ​ເມ​ຊິກ​ໂກ ​ແມ່ນ​ຕະຫຼາດສົ່ງ​ອອກ​ໃຫ່ຍອັນ​ດັບ​ທີ 2 ຂອງ​ຫວຽດນາມ ຢູ່​ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ, ຖັດຈາກ​ບາຣາຊິນ.

 

 

 

ຂ່າວ/ບົດ​ອື່ນ