ການສົ່ງອອກຜະລິດ ຕະພັນກະເສດ, ເຄື່ອງປາ ຂອງດົງແລະສິນໃນນ້ຳ ໃນ 6 ເດືອນ ເພີ່ມຂຶ້ນ 11%

ການສົ່ງອອກຜະລິດ ຕະພັນກະເສດ, ເຄື່ອງປາ ຂອງດົງແລະສິນໃນນ້ຳ ໃນ 6 ເດືອນ ເພີ່ມຂຶ້ນ 11% - ảnh 1
(ພາບປະກອບ)

(vovworld) –  ຕາມ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ​ແລ້ວ, ວົງ​ເງິນ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ​ໃນ 6 ​ເດືອນ ຄາດ​ວ່າ​ບັນລຸ​ເກືອບ 2,3 ຕື້ USD, ນຳ​ມູນ​ຄ່າ​ສົ່ງ​ອອກ​ຂອງ​ຂະ​ແໜງ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ຂຶ້ນ​ເຖິງ 14,67 ຕື້ USD, ​ເພີ່ມ​ຂຶ້ນ 11,2% ​​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ໝາກ​ພິກ​​ໄທ ຍັງ​ຄົງແມ່ນ​ສິນຄ້າ​ທີ່​ຮັກສາ​ໄດ້​ລະດັບ​ເຕີບ​​ໂຕ​ຢ່າງ​ແຮງ ​ນັບທັງ​ທາງ​ດ້ານປະລິ​ມານ ​ແລະ ມູນ​ຄ່າ​ສົ່ງ​ອອກ. ອາ​ເມ​ລິ​ກາ, ສິງກະ​ໂປ, ອາຫຼັບ​ເອມີ​ເລດຢູ່​ໃນ​ເຕບ ​ແລະ ອີນ​ເດຍ ​ແມ່ນ​ບັນດາ​ຕະຫຼາດ​ນຳ​ເຂົ້າໝາກພິກ​ໄທ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ. ປະລິ​ມານໝາກມ່ວງ​ຫິ​ມະ​ພານສົ່ງ​ອອກ​ໃນ 6 ​​ເດືອນ​ຕົ້ນ​ປີ ກໍ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ​ກາຍ. ​ໃນ​ຂະນະ​ນັ້ນ, ມູນ​ຄ່າ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ບັນລຸ 3,45 ຕື້ USD ​ເພີ່ມ​ຂຶ້ນ 24% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ອາ​ເມ​ລິ​ກາ ຍັງ​ຍື່ນ​ອັນ​ດັບ​ທີ 1 ​ໃນ​ບັນດາ​ຕະຫຼາດ​ນຳ​ເຂົ້າ​ສິນຄ້າສິນ​ໃນ​ນ້ຳ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ບັນດາ​ຕະຫຼາດ​ຈຳໜ່າຍ​​ໃຫຍ່​ອື່ນ​ອີກອື່ນ​ຄື ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ຈີນ ກໍ່ລ້ວນ​ແຕ່​​ເຕີບ​ໂຕ​ຢ່າງ​ແຮງ.

ຂ່າວ/ບົດ​ອື່ນ