ການສົ່ງອອກຜະລິດຕະພັນກະເສດເຄື່ອງປ່າຂອງດົງສິນໃນນ້ຳ10ເດືອນບັນລຸ26ຕື້USD

ການສົ່ງອອກຜະລິດຕະພັນກະເສດເຄື່ອງປ່າຂອງດົງສິນໃນນ້ຳ10ເດືອນບັນລຸ26ຕື້USD - ảnh 1
(ພາບ​ປະ​ກອບ)

(vovworld)- ​ ​ຕາມ ​ກະ​ຊ​ວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ວົງ​ເງິນ​ການ​ຄ້າ​ສ​ົ່ງ​ອອກ ​ຜະ​ລິດ​ຕະ​ພັນ​ກະ​ເສດເຄື່ອງ​ປ່າ​ຂອງ​ດົ່ງ, ສິນ​ໃນ​ນ້ຳ ຂອງ​ທົ່ວ​ປະ​ເທດ ໃນເດືອນ 10 ບັນ​ລຸ​ໄດ້ 2,75 ຕື້ USD, ນຳ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ 10 ເດືອນ ປີ 2016 ບັນ​ລຸ 26,4 ຕື້ USD, ເພີ່ມ​ຂື້ນ 6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ເພີ່ມ​ຂື້ນ​ແຮງ​ທີ່​ສຸດ​ແມ່ນ ຂະ​ແໜງ​ສິນ​ຄ້າ​ກາ​ແຟ, ເພີ່ມ​ຂື້ນ​ເຖິງກ່ວາ 40% ກ່ຽວ​ກັບ​ປະ​ລິ​ມານ ແລະ ເພີ່ມ​ຂື້ນກ່ວາ 25% ກ່ຽວ​ກັບ​ມູນ​ຄ່າ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ ຂອງ​ ປີ 2015. ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ສືບ​ຕໍ່​ເປັນ​ຈຸດ​ພົ້ນ​ເດັ່ນ ໃນ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົ່ງ, ສ​ິນ​ໃນ​ນ້ຳ ດ້ວຍ​ການ​ປະ​ກອບ​ສ່ວນຫຼາຍ​ສຸ​ດ ​ໃນ​ວົງ​ເງິນ​ການ​ຄ້າຂະ​ແໜງ​ສົ່ງ​ອອກ. ​ຕາມນັ້ນ​ແລ້ວ, ມູນ​ຄ່າ​ການ​ສົ່ງ​ອ​ອກ​ສິນ​ໃນ​ນ້ຳ ​ໃນ 10 ເດືອນ ຜ່ານ​ມາ ບັນ​ລຸ 5,7 ຕື້ USD, ເພີ່ມ​ຂື້ນ​ເກືອບ 6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ ປີ 2015

 

ຂ່າວ/ບົດ​ອື່ນ