ການ​ສົ່ງ​ອອກ​ເຂົ້າ​ສານ ຫວຽດ​ນາມ ບັນ​ລຸ ລະ​ດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ

(VOVWORLD) -   ຫວຽດນາມ ແມ່ນປະເທດຜະລິດເຂົ້າສານໃຫຍ່ອັນດັບທີ 5 ໃນໂລກ ແລະ ແມ່ນແຫຼ່ງສົ່ງອອກເຂົ້າໃຫຍ່ອັນດັບທີ 3 ໃນໂລກ (ໄລ່ຕາມປະລິມານ). ເຖິງວ່າຖືກຜົນກະທົບຈາກປະກົດການ El Nino ກໍຕາມ ແຕ່ປະລິມານເຂົ້າສົ່ງອອກຂອງ ຫວຽດນາມ ຍັງເພີ່ມຂຶ້ນຢ່າງກະໂດດຂັ້ນ. 

ໃນປີກາຍ, ການສົ່ງອອກເຂົ້າສານຂອງ ຫວຽດນາມ ບັນລຸ 8,13 ລ້ານໂຕນ ດ້ວຍມູນຄ່າ 4,7 ຕື້ USD, ເຊິ່ງເປັນລະດັບສູງສະຖິຕິຂອງຂະແໜງເຂົ້າສານ ຫວຽດນາມ. ນີ້ແມ່ນຕົວເລກສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີ ໄດ້ປະກາດໃນວັນທີ 12 ມັງກອນ. ເມື່ອທຽບໃສ່ປີ 2022, ການສົ່ງອອກເຂົ້າສານຂອງ ຫວຽດນາມ ເພີ່ມຂຶ້ນ 14,4% ກ່ຽວກັບປະລິມານ ແລະ 35,3% ກ່ຽວກັບຄຸນຄ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.  ຟີລິບປິນ ແມ່ນຕະຫຼາດນຳເຂົ້າເຂົ້າສານຫຼາຍທີ່ສຸດຈາກ ຫວຽດນາມ ໃນປີ 2023 ດ້ວຍປະລິມານກວ່າ 3,1 ລ້ານໂຕນ; ຖັດຈາກນັ້ນແມ່ນ ອິນໂດເນເຊຍ, ຈີນ ແລະ ການາ.

        ຫວຽດນາມ ແມ່ນປະເທດຜະລິດເຂົ້າສານໃຫຍ່ອັນດັບທີ 5 ໃນໂລກ ແລະ ແມ່ນແຫຼ່ງສົ່ງອອກເຂົ້າໃຫຍ່ອັນດັບທີ 3 ໃນໂລກ (ໄລ່ຕາມປະລິມານ). ເຖິງວ່າຖືກຜົນກະທົບຈາກປະກົດການ El Nino ກໍຕາມ ແຕ່ປະລິມານເຂົ້າສົ່ງອອກຂອງ ຫວຽດນາມ ຍັງເພີ່ມຂຶ້ນຢ່າງກະໂດດຂັ້ນ. ຕາມບັນດາວິສາຫະກິດແລ້ວ, ການສົ່ງອອກເຂົ້າສານຂອງ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ ນັບແຕ່ເມື່ອລັດຖະບານ ອິນເດຍ ໄດ້ປະກາດໃຊ້ຄຳສັ່ງຫ້າມສົ່ງອອກເຂົ້າສານ non – basmati  ໃນເດືອນກໍລະກົດປີ 2023. ໄລ່ມາຮອດປັດຈຸບັນ, ຄຳສັ່ງຫ້າມດັ່ງກ່າວ ຍັງບໍ່ທັນໄດ້ຍົກເລີກເທື່ອ ສະນັ້ນ ການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນປີ 2024 ນີ້ ຈະມີສັນຍານຕັ້ງໜ້າຫຼາຍຢ່າງ.


ຕອບກັບ

ຂ່າວ/ບົດ​ອື່ນ