ການ​ສົນ​ທະ​​ນາ “ຊຸກ​ຍູ້​ການ​ສົ່ງ​ອອກ​ກະ​ສິ​ກຳ, ຊັບ​ພະ​ຍາ​ກອນ​ນ້ຳ​ ອອກ​ໄປ​ຈີນ”

(VOVWORLD) -ຕອນເຊົ້າ 11 ພະຈີກ 2021, ຢູ່ທີ່ເຮືອນຮັບແຂກຂອງລັດຖະບານ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດກອງປະຊຸມສົນທະນາ “ຊຸກຍູ້ການສົ່ງອອກກະສິກຳ, ຊັບພະຍາກອນນ້ຳໄປຈີນ” ຕາມຮູບແບບໂດຍກົງສົມທົບທາງໄກ.
ການ​ສົນ​ທະ​​ນາ “ຊຸກ​ຍູ້​ການ​ສົ່ງ​ອອກ​ກະ​ສິ​ກຳ, ຊັບ​ພະ​ຍາ​ກອນ​ນ້ຳ​ ອອກ​ໄປ​ຈີນ” - ảnh 1ການສົນທະນາ “ຊຸກຍູ້ການສົ່ງອອກກະສິກຳ, ຊັບພະຍາກອນນ້ຳ ອອກໄປຈີນ” (ພາບ: baoquocte.vn)

ການສົນທະນາແມ່ນເນັ້ນໃສ່ການປຶກສາຫາລື ກ່ຽວກັບມາດຕະການຊຸກຍູ້ການສົ່ງອອກກະສິກຳ, ຊັບພະຍາກອນນ້ຳອອກໄປຈີນ ໃນສະພາບການຮ່ວມມືສອງປະເທດນັບມື້ນັບລົງເລິກ, ເສດຖະກິດຂອງຈີນກຳລັງຟື້ນຟູ, ຄວາມຕອ້ງການຂອງຈີນ ແມ່ນການນຳເຂົ້າພະລິຕະພັນຕະພັນກະເສດທີ່ມີຄຸນນະພາບສູງລາຄາເພີ່ມຂື້ນ, ຜ່ານນັ້ນປະກອບສ່ວນເຂົ້າໃນການຟື້ນຟູ ແລະ ໃຫ້ການຊ່ວຍເຫຼືອບັນດາຂະແໜງການນຳເຂົ້າສົ່ງອອກພະລິດຕະພັນກະເສດ, ຊັບພະຍາກອນນ້ຳ ໃນປະເທດຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນກະທົບຂອງພະຍາດໂຄວິດ19.

       ທ່ານ ລັດຖະມົນຕີ ເລ ມີງ ຮວານ ສະເໜີໃຫ້ຫ້ອງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດຊ່ວຍເຫຼືອຊອກຫາຂໍ້ມູນ, ຈາກນັ້ນເປັນເສນາທິການໃຫ້ພາຍໃນປະເທດມີຍຸດທະສາດສົ່ງເສີມກພະລິຕະພັນກະເສດ ໃຫ້ໄດ້ຮັບໝາກຜົນ; ສົມທົບການສ້າງຍຸດທະສາດສັງລວມ ກັບແຜນການການເຄື່ອນໄຫວເພື່ອຍູ້ແຮງການສົ່ງອອກພະລິດຕະພັນກະເສດ, ຊັບພະຍາກອນນ້ຳໄປຍັງຕະຫຼາດຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ