ການສົນທະນາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີຫວຽດນາມ-ຈີນຄັ້ງທີ 6

ການສົນທະນາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີຫວຽດນາມ-ຈີນຄັ້ງທີ 6 - ảnh 1
ການ​ສົນ​ທະ​ນາ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ-ຈີນ​ຄັ້ງ​ທີ 6


(vovworld)-  ຕອນ​ບ່າຍ​ວັນ​ທີ 4/11, ການ​ສົນ​ທະ​ນາ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ-ຈີນ​ຄັ້ງ​ທີ 6 ຊຶ່ງ​ຈັດ​ຂຶ້ນ​ຢູ່​ແຂວງ​ຊີ​ຊວນ ແຫ່ງ​ປະ​ເທດ​ຈີນ. ທ່ານ​ພົນ​ໂທ ຫງວຽນ​ຈີວີ້ງ   ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ພົນ​ເຮືອ​ເອກ ຊິງ​ກຽນ​ກົວ, ຮອງ​​ຫົວ​ໜ້າ​ກົມເສ​ນາ​ທິ​ການ​ໃຫຍ່ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ.

    ທີ່​ການ​ສົນ​ທະ​ນາ, ທ່ານ​ພົນ​ໂທ ຫງວຽນ​ຈີວີ້ງ   ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ພົນ​ເຮືອ​ເອກ ຊິງ​ກຽນ​ກົວ, ຮອງ​​ຫົວ​ໜ້າ​ກົມເສ​ນາ​ທິ​ການ​ໃຫຍ່ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ​ຈີໄດ້​ຊີ້​ແຈ້ງ​ເຖິງ​ເລື່ອງ​ຫວຽດ​ນາມ ແລະ ຈີນ​ຍັງ​ຄົງ​ຄ້າງຫຼາຍບ​ັນ​ຫາ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ແລະ ຢືນ​ຢັນ​ວ່າ​ ນີ້​ແມ່ນ​ບັນ​ຫາ​ສຳ​ຄັນ​ຍິ່ງ, ທ່ານ​ພົນ​ໂທ ຫງວຽນ​ຈີວີ້ງ   ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ຢ້ຳ​ຄືນ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ບັນ​ດາ​ຝ່າຍ​ຕ້ອງແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ. ຫວຽດ​ນາມ​ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຕົນ, ເຄົາ​ລົບ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ແລະ ພິ​ເສດ​ແມ່ນບໍ່​ປະ​ໃຫ້ການ​ຂັດ​ແຍ້ງ​ກາຍ​ເປັນ​ການ​ປະ​ທະ​ກັນ. ສ່ວນພົນ​ເຮືອ​ເອກ ຊິງ​ກຽນ​ກົວ, ຮອງ​​ຫົວ​ໜ້າ​ກົມເສ​ນາ​ທິ​ການ​ໃຫຍ່ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຫັນ​ດີ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ເຖິງ, 2 ຝ່າຍ​ຄວນ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ, ປະ​ຕິ​ບັດ​ຕາມ​ການ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ