ການ​ສົນ​ທະ​ນາ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 1

(VOVWORLD) -    ກອງປະຊຸມສົນທະນາດ້ານເສດຖະກິດ ຫວຽດນາມ - ອາເມລິກາ ຄັ້ງທີ 1 ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ ຢູ່ນະຄອນຫຼວງ ວໍຊິງຕັນ (ອາເມລິກາ), ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີຢຸງ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, Jose Fernandez.
ການ​ສົນ​ທະ​ນາ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 1 - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ  Jose Fernandez (ພາບ: VOV)

ນີ້ແມ່ນກອງປະຊຸມສົນທະນາດ້ານເສດຖະກິດຄັ້ງທຳອິດລະຫວ່າງ ຫວຽດນາມ ແລະ ອາເມລິກາ, ເຊິ່ງມີຄວາມໝາຍສຳຄັນຍິ່ງ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ໃນນັ້ນ ມີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ໃນການສົນທະນາ, ສອງຝ່າຍໄດ້ແລກປ່ຽນກັນຢ່າງກົງໄປກົງມາ ເພື່ອຍົກອອກບັນດາມາດຕະການລະອຽດໃນ 5 ຂົງເຂດ, ລວມມີ: ການສ້າງຕັ້ງການຮ່ວມມືໃນການສ້າງລະບົບນິເວດອຸດສາຫະກຳເຄິ່ງຊັກນຳໄຟຟ້າ; ພະລັງງານ ແລະ ແຮ່ທາດຫຼັກແຫຼ່ງ; ສະພາບແວດລ້ອມດຳເນີນທຸລະກິດ; ຊຸກຍູ້ການດຶງດູດ ແລະ ຮັກສາການລົງທຶນທີ່ມີຄຸນນະພາບສູງ, ຄວບຄຸມການສົ່ງອອກຢ່າງມີຍຸດທະສາດ; ແລະ ຮ່ວມມືດ້ານພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານຫຼັກແຫຼ່ງ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.

        ກອງປະຊຸມສົນທະນາດ້ານເສດຖະກິດລະຫວ່າງສອງປະເທດ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ບັນດາໝາກຜົນລະອຽດ, ພິເສດແມ່ນໃນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງລະບົບນິເວດເຄິ່ງຊັກນຳໄຟຟ້າ. ສອງຝ່າຍກໍຕົກລົງເຫັນດີຕໍ່ບັນດາມາດຕະການລະອຽດ, ເປັນຫຼັກຖານເພື່ອຊຸກຍູ້ການຜັນຂະຫຍາຍ. ໝາກຜົນຂອງກອງປະຊຸມສົນທະນາຕອບສະໜອງໄດ້ເປົ້າໝາຍຊຸກຍູ້ການພັດທະນາການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ພາຍຫຼັງທີ່ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດ, ພິເສດໃນຂົງເຂດເສດຖະກິດ. ຍິ່ງໄປກວ່ານັ້ນ, ການສົນທະນາດັ່ງກ່າວ ໄດ້ສ້າງປະຖົມປັດໄຈເພື່ອເປີດກວ້າງການພົວພັນຮ່ວມມືລະຫວ່າງສອງປະເທດອອກສູ່ບັນດາຂົງເຂດອື່ນອີກດ້ວຍ.

ນັກຂ່າວ VOV ປະຈຳ ອາເມລິກາ  

ຕອບກັບ

ຂ່າວ/ບົດ​ອື່ນ