ການ​ສະຫຼຸບ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ລະດົມທຸກແຫຼ່ງກຳລັງເຂົ້າຮ່ວມການຫັນເປັນດີຈີຕອນຢ່າງມີປະສິດທິຜົນ, ເສີມຂະຫຍາຍກຳລັງແຮງ ຂອງທັງລະບົບການເມືອງ, ການສະໜັບສະໜູນ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຄົມວິສາຫະກິດ ແລະ ປະຊາຊົນ.
ການ​ສະຫຼຸບ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ(ພາບ: TTXVN)

ຫ້ອງວ່າການລັດຖະບານຫາກໍ່ປະກາດແຈ້ງການກ່ຽວກັບການສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນໃນວັນທີ 8 ສິງຫາ ປີ 2022. ແຈ້ງການສະຫຼຸບໄດ້ຊີ້ແຈ້ງວ່າ, ການຫັນເປັນດີຈີຕອນແມ່ນເຄື່ອງມືສຳຄັນໃນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຂອງ, ຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ. ປ່ຽນແປງໃໝ່ເຕັກໂນໂລຢີ, ຫັນຕະຫຼາດ, ລະບົບສະໜອງ, ຜະລິດຕະພັນເປັນຫຼາຍຮູບແບບ, ຍົກສູງຄຸນນະພາບຜະລິດຕະພັນເພື່ອປະກອບສ່ວນເຂົ້າໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ລະດົມທຸກແຫຼ່ງກຳລັງເຂົ້າຮ່ວມການຫັນເປັນດີຈີຕອນຢ່າງມີປະສິດທິຜົນ, ເສີມຂະຫຍາຍກຳລັງແຮງ ຂອງທັງລະບົບການເມືອງ, ການສະໜັບສະໜູນ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຄົມວິສາຫະກິດ ແລະ ປະຊາຊົນ. ການຫັນເປັນດີຈີຕອນ ໄດ້ຮັບການຜັນຂະຫຍາຍໃນທຸກຂົງເຂດ, ຂະແໜງອາຊີບແຕ່ຕ້ອງມີຈຸດສຸມ, ແທດຈິງ, ຫຼີກລ້ຽງການລົງທຶນແບບກະແຈກກະຈາຍ, ຟູມເຟືອຍ.

ນັບແຕ່ນີ້ຮອດປີ 2022 ແລະ ເວລາຈະມາເຖິງ, ລັດຖະມົນຕີບັນດາກະຊວງ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງຕັ້ງໜ້າຈັດສັນແຫຼ່ງກຳລັງປະຕິບັດບັນດາໜ້າທີ່ຫັນເປັນດີຈີຕອນຂອງກະຊວງ, ອົງການ, ທ້ອງຖິ່ນຕົນ. ພ້ອມທັງ, ສຸມໃສ່ພັດທະນາ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຮັບໃຊ້ການຫັນເປັນດີຈີຕອນ ແລະ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານຂໍ້ມູນຂ່າວສານໃຫ້ແກ່ບັນດາລະບົບຂໍ້ມູນຂອງອົງການສຳນັກງານແຫ່ງລັດ. ເພີ່ມທະວີການຮ່ວມມືສາກົນ ໃນການຫັນເປັນດີຈີຕອນ, ແລກປ່ຽນບົດຮຽນປະສົບການ.


ຕອບກັບ

ຂ່າວ/ບົດ​ອື່ນ