ການສະແດງສິລະປະສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນບັນດານັກວິລະຊົນທີ່ໄດ້ເສຍສະຫຼະຊີວິດຢູ່ ຖ້ຳ ຕ໋າມໂກ (ນາງສາມ 3 ຄົນ), ຖະໜົນ 20 ກວຽດຖັ໋ງ, ຕາແສງເຕີນແຈກ, ເມືອງ ໂບ໋ແຈກ, ແຂວງ ກວາງບີ່ງ (14/11/1972 – 14/11/2017)
ການສະແດງສິລະປະສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ - ảnh 1 ບັນດາຜູ້ແທນເຂົ້າຮ່ວາພິທີ

ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນບັນດານັກວິລະຊົນທີ່ໄດ້ເສຍສະຫຼະຊີວິດຢູ່ ຖ້ຳ ຕ໋າມໂກ (ນາງສາມ 3 ຄົນ), ຖະໜົນ 20 ກວຽດຖັ໋ງ, ຕາແສງເຕີນແຈກ, ເມືອງ ໂບ໋ແຈກ, ແຂວງ ກວາງບີ່ງ (14/11/1972 – 14/11/2017), ຕອນຄ່ຳວັນທີ 26 ພະຈິກ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ຖ້ຳ ຕ໋າມໂກ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວາງບີ່ງ ຈັດຕັ້ງລາຍການສະແດງ ສິລະປະພິເສດ. ໂດຍມີການເຂົ້າຮ່ວມຂອງທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທ່ານ ຫງວຽນເທ໋ກິ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ຮ່ວາງດັງກວາງ, ເລຂາຄະນະພັກແຂວງ ກວາງບີ່ງ. ທ່ານ ເລກວກເຈືອງ, ນ້ອງຊາຍຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ເລທິເລືອງ, ຢູ່ເມືອງ ຮວັ່ງຮ໋ວາ, ແຂວງ ແທງຮ໋ວາ, ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

        “ຂ້າພະເຈົ້າຮູ້ສຶກສະເທືອນໃຈຫຼາຍ ຕໍ່ການເສຍສະຫຼະຊີວິດເພື່ອຊາດຂອງພວກອ້າຍພວກເອື້ອຍໃນຈຸດເວລາທີ່ສັກກະລະບູຊາທີ່ສຸດ. ຜ່ານລາຍການນີ້, ຂ້າພະເຈົ້າເຫັນວ່າໄດ້ຮັບຄວາມເອົາໃຈໃສ່ຂອງຂະແໜງການ, ຂັ້ນຕ່າງໆ ທີ່ມີຕໍ່ຊີວິດການເປັນຢູ່ຂອງຍາດຕິພີ່ນ້ອງນັກຮົບເສຍຫຼະຊີວິດເພື່ອຊາດນີ້ແມ່ນການເຄື່ອນໄຫວທີ່ສົມກັບບຸນຄຸນຂອງຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ